Submitted by xaiyphimphone on

ໃນລະຫວ່າງ ວັນທີ 14-15 ມິຖຸນາ 2016 ກົມໂຄສະນາອົບຮົມກົດໝາຍ ໄດ້ເປີດຊຸດຝຶກອົບຮົມການຄຸ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ ຢູ່ທີ່ສະໂມສອນກະຊວງຍຸຕິທຳ, ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະ ວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ້ຊີ້ນຳກົມໂຄສະນາອົບຮົມກົດໝາຍ, ມີທ່ານ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ຄະນະບັນນາທິການຂອງກົມໂຄສະນາອົບຮົມກົດໝາຍ, ຜູ້ປະສານງານທີ່ມາຈາກຫ້ອງ ການ, ບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 8 ທ່ານ, ໂດຍການສະໜັບສະໜູນຂອງ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດ ໝາຍ (SPLSMP)
![]() |
![]() |
ຈຸດປະສົງການຝຶກອົບຮົມຄັ້ງນີ້ ເພື່ອຍົກສູງການຄຸ້ມຄອງບໍລິຫານໃຫ້ແກ່ຄະນະຄູ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ ໃຫ້ມີຄວາມອາດສາມາດໃນການປັງປຸງ, ພັດທະນາເວັບໄຊກະຊວງຍຸຕິທຳ; ບຳລຸງ, ຍົກລະດັບດ້ານຄວາມຮູ້, ເຕັກນິກ ໃຫ້ແກ່ບັນ ດາຜູ້ປະສານງານພາຍໃນກະຊວງ ໃຫ້ມີຄວາມສາມາດໃນການສົ່ງ ຂໍ້ມູນ ຂ່າວສານ ແລະ ເອກະສານລັດຖະການ ລົງໃນເວັບໄຊກະຊວງຍຸຕິທຳ ໃຫ້ຫຼາຍ ແລະ ທັນກັບສະພາບການ; ຮັບປະກັນໃຫ້ແກ່ການຄຸ້ມຄອງບໍລິຫານ ແລະ ການສົ່ງຂໍ້ມູນ ຂ່າວສານ ໃຫ້ເປັນປົກກະຕິ ເພື່ອຄວາມຍື່ນຍົງຂອງວຽກງານດັ່ງກ່າວໃນຕໍ່ໜ້າ.
ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທຳ ເລກທີ 518/ກຍ ວ່າດ້ວຍ ການຄຸ້ມຄອງເວັບໄຊກະຊວງຍຸຕິທຳ, ລົງວັນທີ 13/6/2016; ຮັບຟັງການສະເໜີພາບລວມຂອງວຽກງານເວັບໄຊຈົດ ໝາຍເຫດທາງລັດຖະການ; ການສະເໜີພາບລວມເວັບໄຊກະຊວງຍຸຕິທຳ ແລະ ລາຍລະອຽດຂອງເມນູຫຼັກຕ່າງໆ; ສະເໜີພາກທິດສະດີ ແລະ ການເຮັດທົດລອງຝຶກຫັດຕົວຈິງ. ພາຍຫຼັງທີ່ໄດ້ຮັບຟັງການສະເໜີເອກະສານຕ່າງໆແລ້ວ ຜູ້ບັນລະຍາຍແຕ່ລະ ເອກະສານ ໄດ້ໃຫ້ເວລາແກ່ຜູ້ເຂົ້າຮ່ວມໄດ້ສົນທະນາ ແລກປ່ຽນບົດຮຽນ ແລະ ຖາມ-ຕອບ ຂໍ້ຂອງໃຈ. ພ້ອມກັນນັ້ນ ຍັງໄດ້ຮຽນລະບົບການບໍລິຫານຂ່າວ, ການບໍລິຫານເອກະສານ, ການ ສົ່ງ-ຮັບຂໍ້ມູນຕົວຈິງ ລົງໃນເວັບໄຊກະຊວງ. ຫຼັງຈາກທີ່ຜູ້ເຂົ້າຮ່ວມ ໄດ້ຮໍ່າຮຽນພາກທິດສະດີແລ້ວ ກໍໄດ້ເຮັດທົດລອງຕົວຈິງ ໂດຍການມອບລະຫັດຜ່ານ ( ພາດສະເວີດ ) ໃຫ້ຜູ່ເຂົ້າຮ່ວມ ທີ່ປະກອບດ້ວຍ 2 ກຸ່ມຄື: ກຸ່ມຄະ ນະບັນນາທິການ ແລະ ກຸ່ມຜູ້ປະ ສານງານພາຍໃນກະຊວງ ທົດລອງ ການປ້ອນບົດຂ່າວ ຂໍ້ມູນ ຂ່າວ ສານ ແລະ ເອກະສານລັດຖະການ ລົງໃນເວັບໄຊກະຊວງຍຸຕິທຳ ດ້ວຍລະບົບທີ່ທັນສະໄໝ ໂດຍຜ່ານອິນເຕີເນັດ (ອ່ອນໄລ) ຊື່ງລະຫັດທີ່ໄດ້ມອບໃຫ້ຄະນະບັນນາທິການ ແລະ ຜູ້ປະສານງານແຕ່ລະກົມນັ້ນ ຈະເປັນລະຫັດຜ່ານທີ່ຜູ້ປະສານງານ ຕ້ອງໄດ້ນຳ ໃຊ້ເພື່ອປ້ອນບົດຂ່າວ ຂໍ້ມູນ ຂ່າວສານ ຂອງກົມກອງຕົນດ້ວຍຕົນເອງ. ພາຍຫຼັງທີ່ ບົດຂ່າວ ຂໍ້ມູນ ຂ່າວສານ ຖືກສົ່ງຜ່ານທາງລະບົບອິນເຕີເນັດແລ້ວ ຄະນະບັນນາທິການ ຂອງກົມໂຄສະນາອົບຮົມກົດໝາຍ ທີ່ນອນຢູ່ໃນລາຍຊື່ຜູ້ຄຸ້ມຄອງບໍລິຫານເວັບໄຊ ກະຊວງ ຈະເປັນຜູ່ກວດແກ້ ແລະ ກວດກາຄວາມຖືກຕ້ອງຂອງບັນດາບົດຂ່າວ ຂໍ້ມູນ ຂ່າວສານ ແລະ ເອກະສານດັ່ງກ່າວນັ້ນ ກ່ອນຈັດພິມເຜີຍແຜ່ລົງໃນເວັບໄຊກະຊວງຍຸຕິທຳ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນໃສ່ໃບປະເມີນຜົນຂອງການຝຶກອົບຮົມຕາມແບບຟອມ ເພື່ອນຳໃຊ້ເປັນຂໍ້ມູນໃຫ້ແກ່ການກະກຽມການຝຶກອົບຮົມວຽກງານດັ່ງກ່າວໃນຄັ້ງຕໍ່ໄປ.
![]() |
![]() |
ໃນຕອນທ້າຍພິທີ ທ່ານປະທານ ກໍໄດ້ເນັ້ນໃຫ້ຜູເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ວ່າ: 1. ສຳລັບຄະນະຄຸ້ມຄອງບໍລິການເວັບໄຊ ແມ່ນໃຫ້ສືບຕໍ່ຮ່ວມມືກັບຊ່ຽວຊານ ຜູ້ພັດທະນາເວັບໄຊ ປັບປຸງຈັດລຽງໜ້າຕ່າງ ແລະ ເມນູຕ່າງໆຂອງເວັບໄຊ ໃຫ້ສາມາດເຂົ້າເຖິງໄດ້ງ່າຍ ແລະ ສະດວກສະບາຍກວ່າເກົ່າ; ເຮັດໜ້າທີ່ເປັນບັນນາທິການເຮັດໃຫ້ເນື້ອໃນທີ່ຈະພິມລົງໃນເວັບໄຊກະຊວງ ມີຄຸນນະພາບ ສ່ອງແສງໃຫ້ເຫັນໄດ້ເຖິງພາລະບົດບາດຂອງກະຊວງຍຸຕິທຳ, ເຮັດໃຫ້ເນື້ອໃນມີຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ; ປະສານສົມທົບກັບພາກສ່ວນອື່ນ (ກະຊວງອື່ນ) ເພືອພັດທະນາເວັບ ໄຊ ໃຫ້ມີຄວາມທັນສະໄໝຕື່ມ ເປັນຕົ້ນການປັບປຸງໜ້າຕາຂອງເວັບໄຊກະຊວງຍຸຕິທຳ ໃຫ້ມີຄວາມດຶງດູດໃຈແກ່ຜູ້ທີ່ເຂົ້າຊົມເວັບໄຊ; 2. ສ່ວນຜູ້ປະສານງານ ແມ່ນໃຫ້ກຳແໜ້ນເນື້ອໃນຈິດໃຈຂອງການຝຶກອົບຮົມການຄຸ້ມຄອງບໍລິຫານເວັບໄຊ ກັບໄປປະຕິບັດຕົວຈິງ ແລະຕ້ອງມີຄວາມຮັບຜິດຊອບສູງໃນການເປັນຜູ້ປະສານງານພາຍໃນກະຊວງ, ເປັນເຈົ້າການໃນການສະໜອງຂໍ້ມູນ ຂ່າວສານ ແລະ ເອກະສານລັດຖະການ ລົງໃນເວັບໄຊກະຊວງຍຸຕິທຳ; ມອບໃຫ້ຄະນະຄຸ້ມຄອງບໍລິຫານເວັບໄຊກະຊວງ ຕິດຕາມ, ກວດກາ ແລະ ຕີລາຄາໃຫ້ຄະແນນແກ່ຜູ້ປະສານງານຈາກພາກສ່ວນຕ່າງໆທີ່ສົ່ງຂໍ້ມູນ ຂ່າວສານ ລົງໃນເວັບໄຊກະຊວງ ໂດຍກົມກອງ ໃດທີ່ສົ່ງມາເປັນປົກກະຕິ ແລະ ເຮັດວຽກງານເປັນຜູ່ປະສານງານໄດ້ດີ ໃຫ້ລາຍງານ ແລະ ສະເໜີຕໍ່ຂັ້ນເທິງໃຫ້ເປັນກົມກອງດີເດັ່ນ ແລະ ບຸກຄົນດີເດັ່ນ; ພາຍຫຼັງຝຶກອົບຮົມແລ້ວ ມອບໃຫ້ຜູ້ປະສານງານແຕ່ລະກົມ ໃຫ້ລາຍງານໃຫ້ຄະນະພັກ-ຄະນະນຳຂອງກົມກອງຕົນ ກ່ຽວກັບເນື້ອໃນຂອງການຝຶກອົບຮົມວ່າມີຄວາມສຳຄັນແນວໃດ, ສະເໜີໃຫ້ເຫັນເຖິງຂໍ້ຫຍຸ້ງຍາກຂາດເຂີນ ເພື່ອໃຫ້ການຈັດຕັ້ງອຳນວຍຄວາມສະດວກໃນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ; ໃຫ້ເພີ່ມທະວີການປະສານສົມທົບຂໍຄຳເຫັນແລກປ່ຽນບົດຮຽນ ລະຫວ່າງ ຜູ້ປະສານງານດ້ວຍກັນ ແລະ ລະຫວ່າງ ຜູ້ປະສານງານກັບຄະນະຄຸ້ມຄອງບໍລິຫານເວັບໄຊ ເພື່ອເຮັດໃຫ້ຂອດການປະສານສົມທົບມີປະສິດທິຜົນ; 3. ສຳລັບໂຄງການສະຫະປະຊາຊາດເພື່ອການພັດທະນາ ສະເໜີຕໍ່ທ່ານ ສືບຕໍ່ໃຫ້ຄວາມຊ່ວຍເຫຼືອໃນການຈັດຝຶກອົບຮົມ, ປະກອບອຸປະກອນເຕັກນິກ, ເຄື່ອງມືຮັບໃຊ້ໃນວຽກງານດັ່ງກ່າວ ໃຫ້ແກ່ບັນດາກົມກອງທີ່ຍັງມີຄວາມຫຍຸ້ງຍາກຂາດເຂີນ ແລະ ເຫັນວ່າການຝຶກອົບຮົມວຽກງານຄຸ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ ໃນຕໍ່ໜ້າ ຍັງມີຄວາມຈຳເປັນ ແລະ ມີຄວາມຕ້ອງການ ເພື່ອເຮັດໃຫ້ຄະນະຄູ້ມຄອງບໍລິຫານ ແລະ ຜູ້ປະສານງານ ມີຄວາມສາມາດໃນການປັບປຸງ ແລະ ພັດທະນາເວັບໄຊກະຊວງຍຸຕິທຳ ໃຫ້ເປັນລະບົບຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ.
ຂ່າວໂດຍ ຊາຍພິມພອນ ສີຣິວົງໄຊ
ພາບໂດຍ ວຽງໄຊ ແກ້ວວິໄວໃສສະຫງ່າ