Submitted by xaiyphimphone on

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຄົບຮອບ 91 ປີ, ວັນທີ 1 ມີຖຸນາ 2016 ກະຊວງຍຸຕິທຳ ໄດ້ຈັດກິດຈະກຳປູກຕົ້ນໄມ້ລຽບຕາມເສັ້ນທາງຕັດໃໝ່ໜອງບົວທອງຫາໜອງບຶກ ໃຫ້ກຽດເຂົ້າຮ່ວມໃນກິດຈະກຳໃນຄັ້ງນີ້ ໂດຍ ທ່ານ ສຈ ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າກົມ, ຮອງກົມ, ສກສ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ພະນັກງານລັດຖະກອນພາຍໃນກະຊວງ ເຂົ້າຮ່ວມ 100 ກວ່າຄົນ. ຕົ້ນໄມ້ທີ່ນຳໄປປູກໃນຄັ້ງນີ້ ຈຳນວນ 320 ຕົ້ນ ປະກອບມີຕົ້ນຈານ ແລະ ຕົ້ນຟາງແດງ.
ພາຍຫຼັງສຳເລັດການປູກຕົ້ນໄມ້ທາງຕັດໃໝ່ໜອງບົວທອງຫາໜອງບຶກແລ້ວ ກະຊວງຍຸຕິທຳ ກໍໄດ້ໄປຮ່ວມປູກຕົ້ນໄມ້ກັບ ກອງ ຄ 214 ຢູ່ທີບ້ານ ໜອງພະຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດຕ້ອນຮັບ ຂອງ ທ່ານ ພັນໂທ ບົວສອນ ສີບຸນທອງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງ ຄ 214 ຫຼັງຈາກນັ້ນກໍໄດ້ຈັດການແຂ່ງຂັນກິລາບານເຕະຍິງ-ຊາຍ , ກິລາເປຕັ່ງ ແລະ ຈັດພາເຂົ້າສາມະຄີຮ່ວມກັນ.
ຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ການຈັດກິດຈະກຳປູກຕົ້ນໄມ້ວັນດັ່ງກ່າວ ແມ່ນເປັນການປູກຈິດສຳນຶກທີດີໃຫ້ແກ່ຜົນລະເມືອງເວົ້າລວມ ເວົ້າສະເພາະໃຫ້ເດັກໄດ້ຮູ້ຈັກຮັກທຳມະຊາດ ແລະ ບໍ່ທຳລາຍສິ່ງແວດລ້ອມ ຊຶ່ງເປັນການຈັດຕັ້ງປະຕິບັດ ສໍ ສີຂຽວ ທີ່ນະຄອນຫຼວງວຽງຈັນ ໄດ້ວາງອອກ, ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ກະຊວງຍຸຕິທຳ ແລະ ກອງ ຄ 214 ໃຫ້ແໜ້ນແຟ້ນກວ່າເກົ່າ.