Submitted by xaiyphimphone on

ໃນຕອນແລງຂອງວັນທີ 06 ພຶດສະພາ 2016 ເວລາ 15 : 45 ໂມງ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອູໂກ ອາສຕູໂຕ ( UGO AStuto) ຫົວໜ້າກົມພົວພັນຕ່າງປະເທດເອີຣົບ, ຮອງຜູ່ຈັດການວຽກງານອາຊຽນ ແລະ ປາຊີຟິກຂອງສະຫະພາບເອີຣົບ, ພ້ອມດ້ວຍຄະນະໃນໂອກາດທີ່ທ່ານມາຮັບຕຳແໜ່ງລັດຖະມົນຕີກະຊວງຍຸຕິທຳຄົນໃໝ່.
ໃນການພົບປະຄັ້ງນີ້ ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນຂົງເຂດຍຸຕິທຳໃຫ້ກັນຊາບ ແລະ ພ້ອມຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຂັ້ນຕໍ່ໜ້າ.
ຈຸດປະສົງຂອງການເຂົ້າຢ້ຽມຢາມ ແລະ ເຮັດວຽກໃນຄັງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການພົວພັນ ແລະ ຮ່ວມມືສອງຝ່າຍລະຫວ່າງລາວ - ອີຢູ ພ້ອມທັ້ງຈະສືບຕ່ໍຮ່ວມກັນຊຸກ ຍູ້ໃນການຈັດຕັ້ງປະຕິບັດວຽກງານດັ່ງກ້າວໃນໄລະຍະ 4 ປີນັບແຕ່ປີ 2016- 2020 ໃຫ້ປະສົບຜົນສຳ ເລັດຕາມກອບການຮ່ວມມື.
ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ອູໂກ ອາສຕູໂຕ ແລະ ອວຍ ພອນໃຫ້ທ່ານພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແລະ ໃນໂອກາດດຽວກັນນີ້ ທ່ານ ອູໂກ ອາສຕູໂກ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະ ມົນຕີທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຫວັງວ່າການຮ່ວມມືທາງດ້ານວຽກງານຍຸຕິທຳ ຈະນັບ ມື້ນັບກ້ວາງຂວາງກ່ວາເກົ່າ ແລະ ເລີກເຊິ່ງ.