Submitted by xaiyphimphone on

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 26 ເມສາ 2016 ທີ່ສະໂມສອນກະຊວງຍຸຕິທຳ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີທ່ານຫົວໜ້າຫ້ອງການ, ບັນດາຄະນະກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສກສ, ສະພາທະນາຍຄວາມ, ຜູ່ຕາງໜ້າຈາກບັນດາກົມກອງອ້ອມຂ້າງກະຊວງ, ພະນັກງານອາວຸໂສບຳນານ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 9 ທ່ານ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດວຽກງານສື່ສິ່ງພິມ ໂດຍສະເພາະວຽກງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ ໃນໄລຍະຜ່ານມາ; ໃນກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ພ້ອມທັງຕີລາຄາ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ຂອງວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສື ພິມກົດໝາຍ. ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ ຜູ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບການປັບປຸງວຽກ ງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍໃນຕໍ່ໜ້າ; ນອກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວກັບການສ້າງລາຍການໂທລະພາບຂອງ ກະຊວງຍຸຕິທຳອີກດ້ວຍ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ເພື່ອປັບປຸງ ແລະ ພັດທະນາວຽກງານສື່ມວນຊົນຂອງກະ ຊວງຍຸຕິທຳໃຫ້ມີຄຸນະພາບທີ່ດີຂຶ້ນ ດັ່ງນີ້: (1). ຕ້ອງໄດ້ປັບປຸງບຸກຄະລາກອນ ແລະ ການຈັດຕັ້ງຂອງວາລະສານ, ໜັງສືພິມຄືນໃໝ່ ໂດຍສະເພາະ ແມ່ນຄະນະບັນນາທິການ ແລະ ປະກອບພະນັກງານຜູ່ທີ່ມີພອນສະຫວັນ ເພື່ອຮັບຜິດຊອບວຽກງານສື່ມວນຊົນແຕ່ລະປະເພດ; (2). ຕ້ອງປັບປຸງຕາ ໜ່າງຂໍ້ມູນຂ່າວຂ່າວສານ ໂດຍໃຫ້ແຕ່ລະກົມກອງອ້ອມຂ້າງກະຊວງ ແລະ ບັນດາພະແນກຍຸຕິທຳຂັ້ນແຂວງ ໄດ້ແຕ່ງຕັ້ງພະນັກງານຂອງຕົນ 1 ທ່ານ ເພື່ອຮັບຜິດຊອບວຽກງານສື່່ມວນຊົນ; (3). ກົມກອງທີ່ກ່ຽວຂ້ອງຕ້ອງຄົ້ນຄວ້າຂຶ້ນແຜນໃຫ້ລະອຽດກ່ຽວກັບງົບປະມານທີ່ນຳໃຊ້ເຂົ້າໃນວຽກງານສື່ມວນ ຊົນໂດຍສະເພາະ ເພື່ອຕອບສະໜອງໃຫ້ທ່ວງທັນກັບເວລາ, ຊອກຫາງົບປະມານຈາກສັງຄົມພາຍນອກດ້ວຍການຈຳໜ່າຍ ແລະ ຊອກຫາແຫຼ່ງທຶນສະ ໜັບສະໜູນດ້ວຍການລົງໂຄສະນາໃນໜ້າວາລະສານ ແລະ ໜັງສືພິມ; (4). ຕອບສະໜອງພາຫະນະອຸປະກອນອັນຈຳເປັນ ເພື່ອປະກອບເຂົ້າໃນວຽກ ງານສື່ມວນຊົນແຕ່ລະປະເພດ; (5). ເພີ່ມທະວີການປະສານສົມທົບຍາດແຍ່ງເອົາການຊ່ວຍເຫຼືອ, ການສະໜັບສະໜູນຈາກພາກສ່ວນຕ່າງໆ ໂດຍສະ ເພາະບັນດາສື່ມວນຊົນຕ່າງໆທີ່ມີປະສົບການມາແລ້ວ ແລະ ການຊ່ວຍເຫຼືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດທີ່ສາມາດເຮັດໄດ້; (6). ຄົ້ນ ຄວ້າຮູບແບບ, ທຶນຮອນໃນການສ້າງໂຮງພິມ; (7). ຄະນະພັກ-ຄະນະນຳແຕ່ລະກົມ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການ ຊີ້ນຳ-ນຳພາ ວຽກງານຂອງຕົນຕິດພັນກັບວຽກງານສື່ມວນຊົນໃຫ້ຖືເປັນວຽກງານລວມຂອງກະຊວງຍຸຕິທຳ, ແຕ່ລະກົມຕ້ອງເປັນຫົວຈັກຫຼັກແຫຼ່ງໃນການຊີ້ນຳວຽກງານສື່ ມວນຊົນໃນກົມກອງຂອງຕົນ./. |