Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2019 ຢູ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ຂອງຮາກຖານກຳມະບານຫ້ອງການ ໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ບຸນທອນ ຂັນຕິວົງ ປະທານກຳມະບານຮາກຖານຫ້ອງການ, ມີສະຫາຍ ຄຳພອນ ສີປະເສີດ ເລຂາໜ່ວຍພັກຫ້ອງການ, ຫົວໜ້າຫ້ອງການກະຊວງຍຸຕິທຳ ພ້ອມດ້ວຍສະມາຊິກກຳມະບານຮາກຖານຫ້ອງການເຂົ້າຮ່ວມ ຈຳນວນ 43 ສະຫາຍ ຍິງ 20 ສະຫາຍ.
ຈຸດປະສົງຂອງກອງປະຊຸມແມ່ນໄດ້ດຳເນີນ 5 ເປັນເຈົ້າ ຂອງກຳມະບານຮາກຖານຫ້ອງການພ້ອມທັງຜ່ານຜົນງານ 5 ປີ ນັບແຕ່ ປີ 2014-2019 ແລະ ວາງທິດທາງແຜນການ ສຳລັບ ປີ 2020-2024 ພ້ອມດຽວກັນນີ້ ກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຫ້ອງການຊຸດໃໝ່ ຈຳນວນ 8 ສະຫາຍ ຍິງ 4 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ ຍິງ 2 ສະຫາຍ ຄື: 1. ສະຫາຍ ຄຳອ້ວນ ປະເສີດສັກ ເປັນປະທານຮາກຖານກຳມະບານຫ້ອງການ; 2. ທ່ານ ບຸນທອນ ຂັນຕິວົງ ເປັນຮອງປະທານ; 3. ທ່ານ ນາງ ບາຢັນ ຊາດປະທຸມ ເປັນປະທານກວດກາກຳມະບານ ຮາກຖານຫ້ອງການ; 4. ທ່ານ ບຸນຍະເດດ ແກ່ນປະເສີດ ເປັນກຳມະການ ແລະ 5. ທ່ານ ນາງ ທັດສະນີ ກຸມພົນພັກດີ ເປັນກຳມະການ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຄຳພອນ ສີປະເສີດ ເລຂາຄະນະພັກກະຊວງ, ຫົວໜ້າຫ້ອງການ ກໍ່ໄດ້ໃຫ້ທິດຊີ້ນຳບາງວຽກງານທີ່ຕ້ອງໄດ້ປັບປຸງກ່ຽວກັບວຽກງານວິຊາສະເພາະຕ່າງໆເປັນຕົ້ນແມ່ນການເຂົ້າຮ່ວມຝຶກອົບຮົມພາສາຕ່າງປະເທດຂອງສະມາຊິກກຳມະບານ ແລະ ເອົາໃຈໃສ່ແຜນການສູ້ຊົນຂອງໜ່ວຍກຳມະບານຮາກຖານຫ້ອງການທີ່ວາງອອກ ແລະ ສູ້ຊົນໃຫ້ໄດ້ 5 ເປັນເຈົ້າແຕ່ລະປີ.