Submitted by wickyboubphalyvanh on

ກອງປະຊຸມໃຫຍ່ຄັ້ງທີ V ຂອງກຳມະບານຮາກຖານພະແນກຍຸຕິທຳ ແຂວງອຸດົມໄຊ, ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 26 ເມສາ 2019 ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳ, ໂດຍການເປັນປະທານ ຂອງທ່ານ ວຽງເງີນ ວົງລັດສະໝີ ປະທານກຳມະບານຮາກຖານພະແນກຍຸຕິທຳ ແຂວງອຸດົມໄຊ, ເຂົ້າຮ່ວມມີ ທ່ານ ໄຊພອນ ຖົມປະດິດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງອຸດົມໄຊ, ທ່ານ ສອນສຸວັນ ປັນຍາວົງ ຮອງເລຂາໝ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ ມີບັນດາແຂກເຊີນ ຕະຫຼອດຮອດສະມາຊິກກຳມະບານພະແນກຍຸຕິທຳເຂົ້າຮ່ວມ.
ໃນພິທີ ທ່ານ ວຽງເງີນ ວົງລັດສະໝີ ປະທານກຳມະບານຮາກຖານພະແນກຍຸຕິທຳແຂວງອຸດົມໄຊ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງກຳມະບານຮາກຖານຂອງພະແນກຍຸຕິທຳແຂວງອຸດົມໄຊ ຕະຫຼອດໄລຍະ 3 ປີ ກໍຄື: ການປະຕິບັດກອງປະຊຸມໃຫຍ່ ຄັ້ງທີ IV ທີ່ຜ່ານມາ ຄະນະກຳມະບານພະແນກຍຸຕິທຳໄດ້ເອົາໃຈໃສ່ຕິດຕາມກວດກາ ຕີລາຄາຄວາມຮັບຜິດຊອບຂອງແຕ່ລະສະຫາຍ, ກວດກາແບບແຜນວິທີເຮັດວຽກ ກຳແໜ້ນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຂອງກຳມະບານ ເປັນຕົ້ນ ການກວດກາເງິນບຳລຸງກຳມະບານ, ນອກນີ້ສຳມາຊິກທຸກສະຫາຍຍັງໄດ້ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະບານ-ຊາວຜູ້ອອກແຮງານ ໂດຍສະເພາະໄດ້ປົກປ້ອງແມ່ຍິງ ແລະ ເດັກນ້ອຍຕາມກົດໝາຍໃນຂອບເຂດທີ່ຕົ້ນຮັບຜິດຊອບຢ່າງເປັນເຈົ້າການ, ເອົາໃຈໃສ່ປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 5 ເປັນເຈົ້າຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຄຳຂັວນ 6 ສໍ, 3 ຫຼຸດ, 3 ເພີມ ທີ່ໄດ້ວາງອອກ; ພະແນກຍຸຕິທຳແຂວງມີສະມາຊິກກຳມະບານທັງໝົດ 38 ສະຫາຍ, ຍິງ 12 ສະຫາຍ, ທຽບກັບຈຳນວນພົນທັງໝົດເທົ່າກັບ 100 %, ເຂົ້າເປັນສະມາຊິກພັກທັງໝົດ 35 ສະຫາຍ, ຍິງ 09 ສະຫາຍ, ໄປຍົກລະດັບວິຊາສະເພາະຕ່າງໆທັງພາຍໃນ ແລະ ຕ່າງປະເທດ 13 ສະຫາຍ, ຍິງ 1 ສະຫາຍ, ຮຽນທິສະດີການເມືອງ ແລະ ການປົກຄອງ 4 ສະຫາຍ, ຍິງ 2 ສະຫາຍ ແລະ ອື່ນໆ ກອງປະຊຸມຍັງໄດ້ຜັນປ່ຽນກັນປະກອບຄຳຄິດ-ຄຳເຫັນຕໍ່ກັບໝາກຜົນວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວາເກົ່າ, ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງຜ່ານບົດສຳຫຼວດການນຳພາຂອງຄະນະຊຸດເກົ່າ ແລະ ມາດຖານເງື່ອນໄຂພ້ອມລາຍຊື່ຜູ້ສະໝັກຊຸດໃໝ່ ຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດໄດ້ປະຊາມະຕິຮັບຮອງເອົາ ສະຫາຍ ລຽງ ພິມຍົງຄຳ ເປັນປະທານ, ສະຫາຍ ໂທວື ໄຊຕົງ ເປັນຮອງ ແລະ ສະຫາຍ ນ. ຕູ່ນມະນີ ປັນຍາສິດ ເປັນຄະນະຊຸດໃໝ່ ພ້ອມດຽວກັນນັ້ນຍັງໄດ້ແຕ່ງຕັ້ງສະຫາຍ ໂທວື ໄຊຕົງ ເປັນປະທ່ານກວດກາ ແລະ ສະຫາຍ ສີສະຫວາດ ອິນແກ້ວມະນີ ເປັນຮອງປະທານກວດກາ
ຕອນທ້າຍ ທ່ານ ໄຊພອນ ຖົມປະດິດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ ອຸດົມໄຊ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງກອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ຄະນະຊຸດເກົ່າພ້ອມກັບສະມາຊິກກຳມະບານຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ທ່ານຍັງໄດ້ເນັ້ນໜັກຕໍ່ຄະນະຊຸດໃໝ່ຈົ່ງພ້ອມກັນສືບຕໍ່ສືກສາອົບຮົມການເມືອງເເນວຄິດ ປັບປຸງແບບແຜນການຄຸ້ມຄອງນຳພາບັນຊາສະມາຊິກ ເປັນເຈົ້າການປະຕິບັດກົດລະບຽບຂອງສະຫະພັນກຳມະບານວາງອອກຢ່າງເຂັ້ມງວດ ຍົກສະຕິເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ປະຕິບັດຕາມແນວທາງລະບຽບກົດໝາຍ, ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຕັ້ງໜ້າຜັນຂະຫຍາຍເນື້ອໃນຂໍ້ແຂງຂັ້ນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ແລະ ເປັນຂະບວນຟົດຟື້ນໃຫ້ດີກ່ວາເກົ່າ.
ຂຽນໂດຍ ນາງ ພູຄຳ ຫັດສະດີ