ກະຊວງຍຸຕິທຳສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ວາງແຜນການທິດທາງປີ 2019

ກອງປະຊຸມວຽກງານກວດກາ ປະຈຳປີ 2018 ຂອງກະຊວງຍຸຕິທໍາ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມີນາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ສະຫາຍ ປອ. ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ສະຫາຍ ບຸນເມກ ບັນນະວົງ ປະທານກວດກາ ຄະນະພັກກະຊວງ, ຫົວໜ້າກົມກວດກາ, ບັນດາຄະນະບໍລິຫານງານພັກກະຊວງ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 107 ສະຫາຍ, ຍິງ 30 ສະຫາຍ.

ທັງນີ້ ກໍເພື່ອປະຕິບັດຕາມແຈ້ງການແນະນຳຂອງຄະນະສູນກາງພັກ ເລກທີ 52/ຄກສພ, ລົງວັນທີ 8 ກຸມພາ 2019 ວ່າດ້ວຍ ການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ແລະ ປະຕິບັດຕາມການເຫັນດີຂອງຄະນະພັກກະຊວງ. ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບຕີລາຄາ ແລະ ປະກອບຄໍາຄິດຄຳເຫັນຕໍ່ການເຄື່ອນໄຫວປະຕິບັດວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະໜຶ່ງປີ ຜ່ານມາ, ພ້ອມກັນນັ້ນກໍໄດ້ປຶກສາຫາລືເຖິງທິດທາງແຜນການວຽກງານຕິດຕາມ, ກວດກາ ປະຈຳປີ 2019 ແລະ ຄົ້ນຄວ້າປະກອບຄຳເຫັນຕໍ່ບັນຫາດັ່ງກ່າວ. ສຳລັບວຽກງານຕິດຕາມກວດກາໃນໄລຍະ ໜຶ່ງ ປີ ຜ່ານມາຄະນະພັກ, ຄະນະກວດກາກະຊວງໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ບຸກບືນປະຕິບັດວຽກງານຕິດຕາມ, ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານແກ້ໄຂຄຳຮ້ອງຟ້ອງ-ຄຳສະເໜີ ຊຶ່ງມີຜົນສຳເລັດໃນຫຼາຍດ້ານ. ແຕ່ຄຽງຄູ່ກັນນັ້ນກໍຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ສະນັ້ນ, ກອງປະຊຸມໃນຄັ້ງນີ້ຈຶ່ງໄດ້ພ້ອມກັນຄົ້ນຄວ້າຍົກໃຫ້ເຫັນເຖິງດ້ານດີ, ບົດຮຽນທີ່ຕ້ອງເສີມຂະຫຍາຍ, ຊອກຫາບັນຫາດ້ານອ່ອນ ແລະ ຂໍ້ຄົງຄາງ, ສາເຫດ ເພື່ອປັບປຸງໃນຕໍ່ໜ້າ ເປັນຕົ້ນ ວຽກງານຕິດຕາມ, ກວດກາ ພາຍໃນພັກ, ຄຸ້ມຄອງລັດບໍລິຫານດ້ວຍກົດໝາຍ, ການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ, ພ້ອມກັນນັ້ນ, ຍັງໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ມີຄວາມເລິກເຊິ່ງ, ເອກກະພາບຕໍ່ກັບທິດທາງ, ໜ້າທີ່ ແລະ ບັນດາວຽກງານທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2019 ໃຫ້ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນກວ່າເກົ່າ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ບັນລຸຕາມຄາດໝາຍທີ່ກຳນົດໄວ້, ກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການບໍາລຸງກໍ່ສ້າງພະນັກງານ ເປັນຕົ້ນ ພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະກະສານທີ່ສຳຄັນຕ່າງໆ ເປັນຕົ້ນ ເຜີຍແຜ່ບົດສະຫຼຸບຫຍໍ້ວຽກງານກວດກາທົ່ວປະເທດ ປະຈຳປີ 2018 ແລະ ທິດທາງຄາດໝາຍຈະສູ້ຊົນວຽກງານກວດກາ ປະຈຳປີ 2019 ຂອງຄະນະສູນກາງພັກ; ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ອົງການລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ; ເຜີຍແຜ່ບົດແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 358/ອກລ, ລົງວັນທີ 29 ຕຸລາ 2018 ແລະ ຮັບຟັງເຜີຍແຜ່ບົດສະຫຼຸຍບຫຍໍ້ວຽກງານກວດກາທົ່ວປະເທດ ປະຈຳປີ 2018 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາ ປະຈຳປີ 2019 ຂອງຄະນະສູນກາງພັກ. 
ໃນຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ຄຳຮ້ອງ-ຄຳສະເໜີ ແລະ ບັນຫາອື່ນໆ ທີ່ກ່ຽວພັນກັບວຽກງານກວດກາກະຊວງຍຸຕິທຳ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມເປັນເອກະພາບກັນໃນຕໍ່ໜ້າ.

ຂຽນຂ່າວໂດຍ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ