Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 14 ກຸມພາ 2019 ຫ້ອງການຍຸຕິທໍາ ເມືອງຈັນທະບູລີ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາ ເມືອງຈັນທະບູລີ, ທ່ານ ນ. ອຸດົມ ສຸລະມະນີ ຮອງຫົວໜ້າຫ້ອງການ ແລະ ທ່ານ ອາຈານ ອານຸມະລາ ຮອງອໍານວຍການໂຮງຮຽນ ມສ ເຈົ້າອະນຸວົງ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດຈຳນວນ 445 ຄົນ, ຍິງ 229 ຄົນ.
ຈຸດປະສົງການລົງໂຄສະນາເຜີຍແຜ່ກົດໝາຍ ຂອງຫ້ອງການຍຸຕິທໍາ ເມືອງຈັນທະບູລີ ໃນຄັ້ງນີ້ ເພື່ອໃຫ້ນ້ອງໆນັກຮຽນໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈກ່ຽວກັບລັດຖະທໍາມະນູນ ແລະ ກົດໝາຍ, ຮູ້ໝູນໃຊ້ ກົດໝາຍເຂົ້າໃນການດໍາລົງຊີວິດປະຈໍາວັນ. ເປົ້າໝາຍທີ່ເຂົ້າຮ່ວມຮັບຟັງການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນນ້ອງນັກຮຽນຊັ້ນ ມ1-ມ4 ແລະ ຄູອາຈານໂຮງຮຽນ ມສ ເຈົ້າອະນຸວົງ, ກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ 1 ລັດຖະທໍາມະນູນ ແລະ 3 ກົດໝາຍຄື: ກົດໝາຍອາຍາ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ການປ້ອງກັນສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ຊຶ່ງໄດ້ຂັດຈ້ອນເອົາບາງເນື້ອໃນ ບາງມາດຕາຂອງແຕ່ລະກົດໝາຍ ທີ່ຕິດພັນກັບການດໍາລົງຊີວິດປະຈໍາວັນຂອງປະຊາຊົນມາໂຄສະນາເຜີຍແຜ່ ເພື່ອໃຫ້ຄູອາຈານ ແລະ ນ້ອງນັກຮຽນທີ່ເຂົ້າຮ່ວມຮັບຟັງ ຮູ້ເຖິງຜົນຮ້າຍຂ້ອງຢາເສບຕິດ, ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ.
ການໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ເນັ້ນໜັກ ແລະ ຍົກໃຫ້ເຫັນເຖິງ ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຜົນດີ, ຜົນສະທ້ອນຂອງການບໍ່ປະຕິບັດກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ໃຊ້ເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ.
ຂ່າວ-ພາບ: ຂົນ ບຸນທິສານ