ພະແນກຍຸຕິທຳແຂວງບໍລິຄຳໄຊ ຕ້ອນຮັບນັກສຶກສາກົດໝາຍ

ວັນທີ 15 ມັງກອນ 2019 ພະແນກຍຸຕິທຳແຂວງບໍລິຄຳໄຊ. ໄດ້ຮັບຕ້ອນນັກສຶກສາກົດໝາຍຊັ້ນສູງຈາກສະຖານບັນຍຸຕິທຳແຫ່ງຊາດ ຈຳນວນ 68 ຄົນ ຍິງ 30 ຄົນ. ທ່ານ ອາຈານ ສຸລິສັກ ເທບພະວົງ ພ້ອມຄະນະຮັບຜິດຊອບ ໄດ້ນຳພານັກສຶກສາຝຶກງານໃນຄັ້ງນີ້ ໄປມອບໃຫ້ພະແນກຍຸຕິທຳແຂວງ ເພື່ອສືບຕໍ່ນຳພາການເຄື່ອນໄຫວຝຶກງານຂອງນັກສຶກສາ, ເປັນກຽດຮັບຕ້ອນ ແລະ ໂອລົມ ຂອງ ທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ.

ທ່ານ ສຸລິຍາສັກ ເທບພະວົງ ໄດ້ກ່າວຈຸດປະສົງວ່າ ໂດຍປະຕິບັດຕາມຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1387/ກຍ, ລົງວັນທີ 5 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕະທຳຮາກຖານ ປະຈຳປີ 2018 ແລະ ປະຕິບັດຕາມຄຳແນະສະບັບເລກທີ 034/ກຍ.ສຍຊ, ລົງວັນທີ 3 ມັງກອນ 2019 ກ່ຽວກັບການລົງຝຶກງານຂອງນັກສຶກສາ ປີ 3 ຊັ້ນສູງ ສົກປີ 2018- 2019 ເພື່ອເຮັດໃຫ້ວຽກງານຍຸຕິທຳຮາກຖານປີນີ້ມີຜົນສຳເລັດ ແລະ ໄດ້ຮັບຜົນດີ ນັກສຶກທຸກຄົນຕ້ອງເອົາໃຈໃສ່ ແລະ ປະຕິບັດກົດລະບຽບຂອງແຕ່ລະພາກສ່ວນໃຫ້ໄດ້ດີ ໂດຍມີການປະສານສົມທົບ ລາຍງານໃຫ້ຄະນະຮັບຜິດຊອບຂັ້ນພະແນກຍຸຕິທຳແຂວງ ແລະ ຄະນະຮັບຜິດຊອບ ສະຖາບັນຍຸຕິທຳແຫ່ງຊາດ ຮັບຊາບ.

ຕອນທ້າຍ ທ່ານ ຄໍາຜັນ ສິດໄຊຍະສານ ວ່າການຫົວໜ້າ ພະແນກຍຸຕິທຳ ແຂວງ ບໍລິຄໍາໄຊ ໄດ້ໂອ້ລົມ ນໍາບັນດານັກສຶກສາຄັ້ງນີ້ວ່າ ໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປີນີ້ ແມ່ນກຳນົດ 3 ເດືອນຈຶ່ງສໍາເລັດ ໃນນັ້ນ ມີວຽກ ການສອນ-ການຮຽນ ກົດໝາຍ 45 ວັນ ຢູ່ຂັ້ນບ້ານ ໃຫ້ບັນດາ ຕຳແໜ່ງງານຂອງບ້ານ ,ວຽກງານ ປັບປຸງຄະນະໄກ່ເກັ່ຍ ຂັ້ນບ້ານ ,ວຽກງານເດັກ ແລະ ວຽກງານໂຄສະນາເຜີຍແຜ່ກົດໝາຍ ເຊິ່ງໃນໜື່ງ ເດືອນແມ່ນລົງຝຶກງານຢູ່ຕາມພະແນກການຂອງແຂວງກ່ອນໂດຍຈັດ ຕາມຂະແໜງສາຂາຮຽນຂອງແຕ່ລະຄົນ ເຊັ່ນໄດ້ກຳນົດມີ ພະແນກການເງິນ, ພະແນກຍຸຕິທຳ,ໄອຍະການ,ສານປະຊາຊົນແຂວງ,ສະພາປະຊາຊົນ,ພະແນກແຜນການ ການລົງທຶນແຂວງ ຫຼັງຈາກສຳເລັດແລ້ວແມ່ນຈະສົ່ງລົງຢູ່ບັນດາເມືອງ 7 ເມືອງຕື່ມອີກ.

ພາບ - ຂ່າວ ພະແນກຍຸຕິທຳ ບຸນເລີດ ລັດທະພອນ