Submitted by wickyboubphalyvanh on

ກົມໂຄສະນເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນຕອນເຊົ້າຂອງວັນທີ 10 ທັນວາ 2018 ຢູ່ທີ່ສະໂມສອນເມືອງ ຍອດອູ, ແຂວງ ຜົ້ງສາລີ, ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມ ທ່ານ ສົມຫວັງ ສຸມວິໄລ ຮອງເຈົ້າເມືອງຍອດອູ, ແຂວງ ຜົ້ງສາລີ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີ ທ່ານ ທອງຄຳ ສີລາວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງ ຜົ້ງສາລີ, ທ່ານ ນາງ ຈັນຄຳ ພູມໃຈ ຫົວໜ້າຫ້ອງການຍຸຕິທຳເມືອງ, ຮອງຫົວໜ້າຫ້ອງວ່າການເມືອງຍອດອູ, ບັນດາຄູ-ອາຈານ ທີ່ມາຈາກສູນກາງ ພ້ອມດ້ວຍນັກສຳມະນາກອນຈາກຂະແໜງການອ້ອມຂ້າງ ເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 18 ທ່ານ.
ໃນພິທີດັ່ງກ່າວ ທ່ານ ສົມຫວັງ ສຸມວິໄລ ຮອງເຈົ້າເມືອງຍອດອູ ປະທານກອງປະຊຸມ ໄດ້ກ່າວໃຫ້ຮູ້ວ່າ ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບການຄ້າມະນຸດໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມຂັ້ນຕອນຂອງກົດໝາຍ ແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍົກສູງຄວາມຮັບຮູ້ກ່ຽວກັບ ທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍທີ່ກ່ຽວພັນດັ່ງກ່າວລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຢ່າງທັນການ ແລະ ສາມາດນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ.
ໃນການດຳເນີນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ໃນຫົວຂໍ້ຕ່າງໆ ເປັນຕົ້ນ ທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍ, ສະພາບການຂອງການຄ້າມະນຸດ ໃນ ສປປ ລາວ, ການແຕ່ງດອງ ແລະ ເອົາເດັກລາວໄປເປັນລູກລ້ຽງດ້ວຍວິທີແອບແຝງ, ຮັບຮູ້ ສົນທິສັນຍາສາກົນ, ບັນດາກົດໝາຍ ແລະ ນິຕິກໍາຂອງ ສປປ ລາວ ກ່ຽວກັບການຕ້ານການຄ້າມະນຸດ, ບັນດາເລ່ຫຼ່ຽມ, ວິທີການຂອງການຄ້າມະນຸດ, ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການຮ່ວມມືສາກົນ ເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາສົນທິສັນຍາສາກົນ), ວິທີການຊ່ວຍເຫຼືອຜູ້ເຄາະຮ້າຍທາງດ້ານກົດໝາຍ ແລະ ຂະບວນດຳເນີນຄະດີກ່ຽວກັບການຄ້າມະນຸດ.
ການຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຈະໄດ້ດຳເນີນເປັນເວລາ 3 ວັນ ແລະ ປິດລົງໃນວັນທີ 12 ທັນວາ 2018.
ຂຽນຂ່າວ: ວິກກີ່ ບຸບຜາລີວັນ, ຖ່າຍພາບ: ບຸນຖອມ ພະສະແຫວງ