Submitted by wickyboubphalyvanh on

ໃນລະຫວ່າງວັນທີ 22-28 ພະຈິກ 2018 ທີ່ຜ່ານມາ ພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນເມືອງ, ກຸ່ມບ້ານ ແລະ ບ້ານ ຈຳນວນ 3 ເມືອງຄື: ເມືອງ ຈຳປາສັກ, ເມືອງ ຊະນະສົມບູນ ແລະ ເມືອງ ສຸຂຸມາ. ນຳພາໂດຍ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ເຂົ້າຮ່ວມຮັບຟັງທັງໝົດ 440 ຄົນ, ຍິງ 96 ຄົນ.
ໃນພິທີ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກ່າວເປີດພິທີ ໂດຍ ທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ ຂອງແຕ່ລະເມືອງ. ຈາກນັ້ນທ່ານ ຫົວໜ້າຂະແໜງ, ຮອງຂະແໜງ ຂອງພະແນກຍຸຕິທຳແຂວງ ກ່ໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ກົດໝາຍ ຊຶ່ງເນື້ອໃນກົດໝາຍທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ແມ່ນການຄັດຈ້ອນເອົາບາງເນື້ອໃນ, ບາງມາດຕາ ຂອງກົດໝາຍທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ມານຳສະເໜີ ຊຶ່ງປະກອບມີ 5 ກົດໝາຍ ຄື: ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ການສືບທອດມູນມໍຣະດົກ, ກົດໝາຍວ່າດ້ວຍ ຄອບຄົວ ແລະ ກົດໝາຍວ່າດ້ວຍ ທະບຽນສານ.
ຂຽນຂ່າວ-ຖ່າຍພາບ: ລັດສະໝີ ພົມມະຈັນ ພະແນກຍຸຕິທຳແຂວງຈຳປາສັກ.