Submitted by wickyboubphalyvanh on

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ພະຈິກ 2018 ທີ່ສະໂມສອນກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ ພ້ອມດ້ວຍພະນັກງານລັດຖະກອນຂອງກະຊວງຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປາຖະກະຖາຄັ້ງນີ້ແມ່ນເຮັດໃຫ້ ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ໄດ້ຮັບຮູ້ເຖິງ ຄວາມໝາຍຄວາມສຳຄັນຂອງການສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ, ການກຳນົດເມືອງວຽງໄຊເປັນສູນກາງການຊີ້ນຳຂອງພັກຕໍ່ພາລະກິດຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ການສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນເມືອງວຽງໄຊ ຖານທີ່ໝັ້ນໃນພາລະກິດການປະຕິວັດຂອງລາວ ຊຶ່ງຮັບການສ້າງຕັ້ງຂຶ້ນໃນປີ 1968 ໄດ້ກາຍເປັນບ່ອນກຳເນີດຂອງພັກປະຊາຊົນປະຕິວັດລາວ, ເປັນບ່ອນກຳເນີດຂອງອົງການແນວລາວຮັກຊາດ, ເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ ແລະ ໄດ້ກາຍເປັນສູນກາງແຫ່ງການຊີ້ນຳ-ນຳພາຢ່າງຮອບດ້ານຂອງພັກໃນພາລະກິດປົດປ່ອຍຊາດຢ່າງອົງອາດກ້າຫານຊານໄຊ.
ຂຽນຂ່າວໂດຍ: ສີປະໄພ ເພັດປະທຸມມາ, ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ