ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນ

   ໃນຕອນເຊົ້າຂອງວັນທີ 11 ກັນຍາ 2018 ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ

   ໂອກາດນີ້ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາສູງຕໍ່ທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊິ່ງເປັນການປະກອບສ່ວນສຳຄັນ ໃນການຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ໂດຍສະເພາະໃນການພົບປະແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆລະຫວ່າງສອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ໃຫ້ແຕກດອກອອກຜົນ.
   ໃນໂອກາດດຽວກັນ ທ່ານ ເບັກກັວກ ອານ ຫົວໜ້າກົມກົດໝາຍສາກົນກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງແຈ້ງຈຸດປະສົງໃນການເດີນທາງມາຢ້ຽມຢາມ ພ້ອມນີ້ ຍັງຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ-ພາບ: ຂົນ ບຸນທິສານ