Submitted by buakhao on

ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2018 ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນຍຸຕິທໍາພາກເໜືອ ໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ເພື່ອໃຫ້ພະນັກງານ-ອາຈານ ພາຍໃນສະຖາບັນ ໄດ້ຮັບການເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ໝູນໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຕົວຈິງ ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຊຶ່ງມີຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ບັນດາຮອງຫົວໜ້າສະຖາບັນ, ບັນດາຫົວໜ້າຂະແໜງ, ບັນດາຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຈໍານວນ 57 ທ່ານ, ຍິງ 24 ທ່ານ.
ໃນກອງປະຊຸມ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ຊຶ່ງທ່ານໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈຂອງມະຕິກອງປະຊຸມປະກອບມີສອງເນື້ອໃນສໍາຄັນຄື: ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະ ໄໝທີ x ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວວຽກງານຈຸດສຸມໃນຕໍ່ໜ້າ ໂດຍເນັ້ນໜັກໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ, ຂົງເຂດລັດ, ຂົງເຂດຕ່າງປະເທດ, ຂົງເຂດແນວໂຮມ, ວຽກງານພັກ-ພະນັກງານ ແລະ ຂົງເຂດກໍ່ສ້າງຮາກຖານການເມືອງ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ເຜີຍແຜ່ມະຕິ ເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ. ຊຶ່ງທ່ານໄດ້ຍົກໃຫ້ເຫັນທັດສະນະຂອງພັກເປັນຕົ້ນ: ການຮັບປະກັນພັກນໍາພາ ແລະ ການກໍາອໍານາດຕາມກົດໝາຍ, ຮັບປະກັນຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ, ເພີ່ມທະວີນິຕິທໍາໃນການປົກຄອງ, ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນຕາມກົດໝາຍ ແລະ ຮັບປະກັນການຄຸ້ມຄອງແບບລວມສູນ ເປັນເອກະພາບຂອງບັນດາອົງການອໍານາດລັດ.
ພາບ-ຂ່າວ ໂດຍ: ສາຍທະນູ ອິນສົມພອນ, ປັບປຸງ ອ່ອນຄຳ