Submitted by wickyboubphalyvanh on

ໃນວັນທີ 13 ສິງຫາ 2018 ສະຖາບັນຍຸຕິທໍາພາກເໜືອ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາບານເຕະ ຊິງຂັນທ່ານຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ (15 ສິງຫາ 1991- 15 ສິງຫາ 2018) ຊຶ່ງມີບັນດານັກກິລາຈາກຫ້ອງການຍຸຕິທໍາເມືອງ ແລະ ພະແນກຍຸຕິທໍາແຂວງ ຫຼວງພະບາງ ເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມຄື: ພະແນກຍຸຕິທໍາແຂວງຫຼວງພະບາງ, ສະຖາບັນຍຸຕິທໍາພາກເໜືອ, ຫ້ອງການຍຸຕິທໍານະຄອນຫຼວງພະບາງ, ຫ້ອງການຍຸຕິທໍາ 5 ເມືອງ ຂອງແຂວງ ຫຼວງພະບາງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ການແຂ່ງຂັນຄັ້ງນີ້ ໃຊ້ເວລາໜຶ່ງມື້ ໂດຍໃຊ້ວິທີການແຂ່ງຂັນແບບພົບກັນໝົດ ແລ້ວນັບຄະແນນເພື່ອຈັດອັນດັບແຕ່ລະທີມ ຜ່ານການແຂ່ງຂັນຕົວຈິງທັງໝົດ 4 ນັດ ສະຖາບັນຍຸຕິທໍາພາກເໜືອສາ ມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ຂອງການແຂ່ງຂັນ, ສ່ວນອັນດັບທີ 2 ໄດ້ແກ່ຫ້ອງການຍຸຕິທໍາ ນະຄອນຫຼວງພະບາງ ແລະ ອັນດັບທີ 3 ໄດ້ແກ່ ພະແນກຍຸຕິທໍາແຂວງ ຫຼວງພະບາງ.
ພາຍຫຼັງສໍາເລັດການແຂ່ງຂັນ ທ່ານ ມີໄຊ ໄຊເກີຢາຈົງຕົວ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ກໍໄດ້ຂຶ້ນມອບຂັນລາງວັນ ພ້ອມກັບກ່າວປິດພິທີຢ່າງເປັນທາງການ.
ຂ່າວ: ສາຍທະນູ ສະຖາບັນຍຸຕິທຳພາກເໜືອ
ປັບປຸງ: ອ່ອນຄຳ