Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2018ຜ່ານມາ ຂະແໜງຄຸ້ມຄອງວິຊາການ ໄດ້ເປີດກອງປະຊຸມສະພາຄູຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງສະຖາບັນຍຸຕິທໍາພາກເໜືອ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ຊຶ່ງມີບັນດາຄູ-ອາຈານ ຂອງສະຖາບັນເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 23 ທ່ານ.
ໃນກອງປະຊຸມ ທ່ານ ນາງ ໜູພິດ ລຸນບັນດິດ ຫົວໜ້າຂະແໜງຄຸ້ມຄອງວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານການຮຽນ-ການສອນ ສົກສຶກສາ 2017-2018 ແລະ ທິດທາງແຜນການ ສົກສຶກສາ 2018-2019, ຈາກນັ້ນ ກອງປະຊຸມໄດ້ເປີດໂອກາດໃຫ້ ບັນດາຄູ-ອາຈານທີ່ເຂົ້າຮ່ວມປະກອບຄໍາຄິດຄຳເຫັນໃສ່ວຽກງານການຮຽນ-ການສອນ ແລະ ການເຄື່ອນໄຫວວຽກງານຂອງຂະແໜງຄຸ້ມຄອງວິຊາການ ຢ່າງເປັນຂະບວນຟົດຟື້ນ ຊຶ່ງສະແດງອອກໃນການປະກອບຄຳຄິດຄຳເຫັນຢ່າງຫຼາກຫຼາຍ ມີການແລກປ່ຽນບົດຮຽນກັນຢ່າງກົງໄປກົງມາ. ທຸກຄໍາຄິດຄຳເຫັນແມ່ນມີປະໂຫຍດ ຕໍ່ການພັດທະນາການຮຽນ-ການສອນໃນອະນາຄົດ. ຫຼັງຈາກນັ້ນ ຂະແໜງຄຸ້ມຄອງວິຊາການ ໄດ້ຂຶ້ນຊີ້ແຈງບາງປະເດັນທີ່ຍັງມີຂໍ້ຄົງຄ້າງ ເພື່ອໃຫ້ມີຄວາມເຂົ້າໃຈທີ່ເປັນເອກະພາບກັນ.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ແສງອາລຸນ ພັນນະລັດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ, ຊຶ່ງທ່ານກໍໄດ້ກ່າວຊົມເຊີຍ ຂະແໜງຄຸ້ມຄອງວິຊາການ ທີ່ຍາດໄດ້ໃນຜົນງານທີ່ພົ້ນເດັ່ນ ໃນສົກສຶກສາທີ່ຜ່ານມາ ພ້ອມທັງໂອ້ລົມ ບັນດາຄູ-ອາຈານ ພາຍໃນສະຖາບັນ ໃຫ້ມີຄວາມຮັບຜິດຊອບສູງໃນໜ້າທີ່ ທີ່ຕົນໄດ້ຮັບຜິດຊອບ ເພື່ອໃຫ້ຄຸນນະພາບການສຶກສາພາຍໃນສະຖາບັນຍຸຕິທໍາພາກເໜືອເທົ່າທຽມກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ຂ່າວ: ສາຍທະນູ
ປັບປຸງ: ອ່ອນຄຳ