Submitted by wickyboubphalyvanh on

ໃນວັນທີ 21 ສິງຫາ 2018 ພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍ ປີ 2018 ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ, ຫົວໜ້າຍຸຕິທຳເມືອງ 11 ເມືອງ ແລະ ວິຊາການ ເຂົ້າຮ່ວມທັງໝົດ 36 ທ່ານ ເປັນຍິງ 09 ທ່ານ.
ໃນພິທີ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດ ກອງປະຊຸມຢ່າງເປັນທາງການ.ໃນນັ້ນ ທ່ານ ຄຳພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທຳ ກໍໄດ້ຂື້ນຜ່ານບົດສະຫຼຸບວຽກງານຍຸຕິທຳຮາກຖານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍ ປີ 2018 ເຊິ່ງມີວຽກງານທີ່ພົ່ນເດັ່ນເຊິ່ງສະແດງອອກດັ່ງນີ້:
+ ວຽກງານສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ປະຊາຊົນໄດ້ທັງໝົດ 235 ຄັ້ງມີຜູ້ເຂົ້າຮ່ວມທັງໝົດ 25,678 ຄົນ ຍິງ 12,834 ຄົນ ຢູ່ໂຮງຮຽນມີທັງໝົດ 34 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 12,997 ຄົນ ຍິງ 6,327 ຄົນ.
+ ວຽກງານການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ: ທົ່ວແຂວງສາມາດປະເມີນຄືນໄດ້ 165 ບ້ານ ມີຄອບຄົວເຂົ້າຮ່ວມທັງໝົດ 34,338 ຄອບຄົວ, ປະກາດເປັນບ້ານແບບຢ່າງປະຕິບັດກົດໝາຍໄດ້ທັງໝົດ 369 ບ້ານ, ຄິດເປັນເປີເຊັນໄດ້ 85,21% ຂອງຈຳນວນບ້ານທັງໝົດ, ທົ່ວແຂວງເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 75,430 ຄອບຄົວ, ຄິດເປັນເປີເຊັນໄດ້ 87,45% ຂອງຈຳນວນຄອບຄົວທັງໝົດໃນທົ່ວແຂວງ.
+ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນ: ບ້ານທົ່ວແຂວງ ສາມາດແກ້ໄຂໄດ້ສຳເລັດ 105 ຂໍ້ຂັດແຍ່ງ ໃນນີ້ມີຂໍ້ຂັດແຍ່ງທາງແພ່ງ 73, ທາງອາຍາ 32.
+ ວຽກງານເດັກ: ໄດ້ລົງໂຄສະນາເຜີຍແຜ່ກົດໝາຍຢູ່ໂຮງຮຽນມໍຕົ້ນ, ມໍປາຍໄດ້ທັງໝົດ 39 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 13,790 ຄົນ ຍິງ 6,762 ຄົນ.
+ ວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນ: ໄດ້ເປີດການຮຽນ-ການສອນຢູ່ 5 ເມືອງ ມີນັກຮຽນເຂົ້າຮ່ວມຮັບຟັງທັງໝົດ 244 ຄົນ ຍິງ 43 ຄົນ, ມີອົງການປົກຄອງບ້ານ 231 ຄົນ ຍິງ 35 ຄົນ ພະນັກງານເມືອງ 13 ຄົນ ຍິງ 08 ຄົນ.
+ ວຽກງານການເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານການນຳຫຼັກແຫຼ່ງຂອງແຂວງ ແລະ ຂັ້ນເມືອງຊຸດທີ VIII ຂອງແຂວງວຽງຈັນ. ມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ, ຍິງ 08 ຄົນ ທຽບໃສ່ແຜນການປະຕິບັດແມ່ນໄດ້ 100%.
ໃນກອງປະຊຸມຍັງມີການປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນຂື້ນຕື່ມ.
ໃນຕອນທ້າຍ ທ່ານນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ວຽງຈັນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມເພີ່ນໄດ້ຍ້ອງຍໍຊົມເຊີຍຄະນະນຳຂອງພະແນກ ທີ່ໄດ້ເອົາໃຈໃສ່ ລົງຕິດຕາມກວດກາ ໃກ້ສິດຕິດແທດຊີ້ນໍາ-ນຳພາແຕ່ລະເມືອງເພື່ອໃຫ້ວຽກງານຍຸຕິທຳຮາກຖານບັນບຸຕາມຄາດໝາຍ, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເປັນເຈົ້າການບຸກບືນຝືກຝົນຫຼໍ່ຫຼອມຕົນເອງນຳເອົາຄວາມຮູ້ ຄວາມສາມາດມີວິຊາສະເພາະຂອງຕົນເພື່ອລົງໄປໂຄສະນາເຜີຍກົດໝາຍໃຫ້ໄດ້ແກ່ປະຊາຊົນບັນດາເຜົ່າໄດ້ຫຼາຍຮູບແບບ, ຫຼາຍວິທີໃຫ້ທົ່ວເຖິງເປົ້າໝາຍ ແລະ ເຮັດສຳເລັດໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃນປີຕໍ່ໆໄປ.