Submitted by wickyboubphalyvanh on

ໃນລະຫວ່າງວັນທີ 15-17 ສິງຫາ 2018 ນີ້ ພະແນກຍຸຕິທຳແຂວງ ໄຊຍະບູລີ ໄດ້ລົງເຄື່ອນໄຫວສ້າງສະຕິເຄົາລົບກົດໝາຍໃຫ້ແກ່ພະນັກງານຢູ່ 04 ເມືອງຄື: ເມືອງ ປາກລາຍ, ເມືອງ ແກ່ນທ້າວ, ເມືອງ ທົ່ງມີໄຊ ແລະ ເມືອງ ບໍ່ແຕນ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປກສ, ປກຊ ຕະຫຼອດຮອດພະນັກງານລັດວິສາຫະກິດ ອ້ອມຂ້າງເມືອງ ຊຶ່ງມີຜູ່້ເຂົ້າຮ່ວມຮັບຟັງທັງໝົດ 554 ຄົນ, ຍິງ 168 ຄົນ.
ການເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ອາເມ ຊົງເຢຍເລັ່ງ ກຳມະການພັກ ແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ຊຶ່ງການເຜີຍແຜ່ກົດໝາຍໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ເຂົ້າໃນການເຄື່ອນໄຫວວຽກງານ ແລະ ຕິດພັນກັບການດຳລົງຊິວິດ, ການພົວພັນຊຶ່ງກັນ ແລະ ກັນໃນສັງຄົມ ເປັນຕົ້ນ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍ ຂໍ້ຜຸກພັນໃນ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ຄອບຄົວ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ.
ການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແນໃສ່ເພື່ອແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ແຕ່ລະເມືອງ ແລະ ທ້ອງຖິ່ນ., ເຮັດໃຫ້ຜູ່້ເຂົ້າຮ່ວມຮັບຟັງໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍ, ການເຂົ້າເຖິງຂະບວນການຍຸຕິທຳຫຼາຍຂຶ້ນ, ເພື່ອເປັນການເພີ່ມທະວີການສ້າງສະຕິເຄົາລົບກົດໝາຍໃນຖັນແຖວພະນັກງານຢູ່ແຕ່ລະເມືອງໃຫ້ເປັນລະບົບຕໍ່ເນື່ອງ.
ຂຽນຂ່າວ: ທ້ອງຖິ່ນ; ປັບປຸງ: ປາວີຄຳ ເພັດທະລາກຸນ