ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ ສຳມະນາເຊື່ອມຊຶມກົດໝາຍ ແລະ ສອງວັນສຳຄັນ (15 ສິງຫາ 2018 ແລະ 23 ສິງຫາ 2018).

     ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງກໍ່ຄືການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ມີຄວາມສັກສິດ ແລະ ເປັນທຳ ແນໃສ່ສ້າງ ລັດປະຊາທິປະໄຕປະຊາຊົນ ຕາມທິດສ້າງລັດແຫ່ງກົດໝາຍເທື່ອລະກ້າວ.     

 

 

 

 

 

 

 

 

 

 

 

 

 

 

 

 

 

 

       ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຄົບຮອບ 27 ປີ (15/ ສິງຫາ/ 1991-15/ ສິງຫາ/ 2018 ) ແລະ 23 ສິງຫາ ວັນຍຶດອຳນາດ ຂຶ້ນໃນວັນທີ 22 ສິງຫາ 2018 ທີ່ສະໂມສອນ ໂຮງຮຽນ ການເງິນ ດົງຄຳຊ້າງ ໂດຍການເປັນປະທານຂອງທ່ານ ຖະໜອມ ທຳທອງ ກຳມະການພັກນະຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງ ໄຊເສດຖາ, ທ່ານ ແກ່ນ ວໍລະສານ ຮັກສາການ ເລຂາພັກເມືອງ, ເຈົ້າເມືອງ ຫາດຊາດຟອງ, ມີທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດຊຸດທີ VIII ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ພະນັກງານບຳນານ, ທະຫານ, ຕຳຫຼວດ, ຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ, ປະຊາຊົນບັນດາເຜົ່າ ທົ່ວເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ບຸນເພັງ ກ້ານແກ້ວ ໄດ້ຜ່ານເອະກະສານສໍາຄັນ ຂອງລັດຖະທຳມະນູນ ໝວດທີ IV ວ່າດ້ວຍສິດ, ພັນທະຂອງພົນລະເມືອງ, ກົດໝາຍວ່າດ້ວຍ ທີ່ດິນ (ການປະຕິບັດກົດໝາຍທີ່ດິນຂອງສອງເມືອງ), ກົດໝາຍວ່າດ້ວຍ ສິດ ແລະ ໜ້າທີ່ຂອງນາຍບ້ານ, ກົດໝາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງ ກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍ ຢາເສບຕິດ ມາດຕາ 75,​ 76.

      ນາຍບ້ານ ແລະ ປະຊາຊົນ ຂອງສອງເມືອງ ໄດ້ປະກອບຄໍາຄິດ ຄຳເຫັນໃນການປະຕິບັດກົດໝາຍຂອງລັດ ໃນໄລຍະຜ່ານມາ ຢ່າງຖືກຕ້ອງເຂັ້ມງວດ, ຮັກສາໄດ້ຄວາມສັກສິດຂອງລະບຽບກົດໝາຍ ແລະ ເສີມສ້າງຄວາມຍຸຕິທຳໃຫ້ແກ່ບ້ານ, ເມືອງ ໃນສັງຄົມໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວຢ່າງແທ້ຈິງ ຕາມແນວທາງຂອງພັກ ໃຫ້ສອດຄ່ອງກັບລະບຽບກົດໝາຍຂອງລັດ ທີ່ໄດ້ກຳນົດໄວ້.