Submitted by wickyboubphalyvanh on

ເພື່ອເປັນການຂ່ຳນັບຮັບຕ້ອນວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນບ່າຍວັນທີ 10 ສິງຫາ 2018 ສະຫະພັນກຳມະບານ ກະຊວງຍຸຕິທຳ ໄດ້ສ້າງຂະບວນການອອກແຮງງານລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ທົ່ວກະຊວງຍຸຕິທຳເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມຂ້າງກະຊວງຍຸຕິທຳ ເປັນຕົ້ນການຕັດຫຍ້າ, ຖາງຫຍ້າ, ອະນາໄມອ້ອມຮອບກຳແພງດ້ານໃນຂອງກະຊວງ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ທີ່ເປັນສາເຫດແຜ່ພະຍາດໃນລະດູຝົນ ທັງນີ້ກໍເພື່ອເຮັດໃຫ້ສະຖານທີ່ພາຍໃນ ແລະ ອ້ອມຂ້າງກະຊວງ ໃຫ້ມີຄວາມສະອາດງາມຕາ ແລະ ເປັນການສະເຫຼີມສະຫຼອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ ຢ່າງເປັນຂະບວນການຟົດຟື້ນ.
ຂຽນຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສົມຫັວງ