Submitted by wickyboubphalyvanh on

ໃນວັນທີ 18 ກໍລະກົດ 2018 ຢູ່ທີ່ ສະໂມສອນເມືອງ ຊຽງຄໍ້ ພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໂດຍການເປັນປະທານຂອງທ່ານ ເຄນທອງ ພອນພະແກ້ວ ຮອງເຈົ້າເມືອງ ຊຽງຄໍ້, ເປັນກຽດເຂົ້າຮ່ວມມີ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງຫົວພັນ, ມີຫົວໜ້າຫ້ອງການຍຸຕິທຳເມືອງ ທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 12 ທ່ານ
ໃນພິທີທ່ານ ຄຳຜຸຍ ພິມມະວົງສາ ຫົວໜ້າຫ້ອງການຍຸຕິທຳເມືອງ ຊຽງຄໍ້ ໄດ້ສະຫຼຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໄລຍະ 3 ເດືອນ ຊຶ່ງການຮຽນ-ການສອນກົດໝາຍຊັ້ນຕົ້ນ ແມ່ນຈັດໃຫ້ສະເພາະພະນັກງານຫຼັກແຫຼ່ງຂອງຂະແໜງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານຂອງ ເມືອງ ຊຽງຄໍ້. ການຮຽນ-ການສອນດັ່ງກ່າວ ແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຜ່ານການຮຽນກົດໝາຍຊັ້ນຕົ້ນເຮັດໃຫ້ສຳມະນາກອນຮັບຮູ້ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ ແນໃສ່ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ສາມາດກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ. ພ້ອມດຽວກັນນັ້ນ, ໃນພິທີ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ຊຽງຄໍ້ ວ່າດ້ວຍ ການອະນຸມັດໃຫ້ເປີດການຮຽນ-ການສອນກົດໝາຍ ໄລຍະສັ້ນ 45 ວັນ ປະຈຳປີ 2018 ພ້ອມທັງມອບໃບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການຮຽນກົດໝາຍຊັ້ນຕົ້ນ ຈຳນວນ 39 ທ່ານ, ຍິງ 6 ທ່ານ ມອບໂດຍທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງຫົວພັນ ພ້ອມກັນນັ້ນ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊີ້ນຳ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນຜູ້ທີ່ຮຽນດີຮຽນເກັ່ງໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ເຄນທອງ ພອນພະແກ້ວ ຮອງເຈົ້າເມືອງ ຊຽງຄໍ້.
ໃນຕອນທ້າຍຂອງພິທີທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນທຸກທ່ານ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮໍ່າຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ພວງເພັດ ປັບປຸງຂ່າວ: ອ່ອນຄຳ