Submitted by wickyboubphalyvanh on

ເພື່ອຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ເຂົ້າໃຈລັດຖະທຳມະນູນ ແລະ ກົດໝາຍ ພ້ອມທັງສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ທົ່ວເຖິງສັງຄົມ.
ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2018 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ V ປະຈຳປີ 2018 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສີຫູນ ສິດທິລືໄຊ ຮອງເລຂາພັກນະຄອນຫຼວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ມີນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດ 63 ທ່ານ, ຍິງ 16 ທ່ານ, ການຝຶກອົບຮົມຄັ້ງນີ້ ໄດ້ປະຕິບັດຕາມຫຼັກສູດການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນຄື ມີພາກທິດສະດີ ແລະ ພາກກົດໝາຍ ຊຶ່ງປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ.
ຕອນທ້າຍທ່ານປະທານ ໄດ້ໃຫ້ກຽດມີຄຳເຫັນ
ໂອ້ລົມຕໍ່ນັກສຳມະນາກອນ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມຈຳເປັນ, ຄວາມໝາຍ, ຄວາມສໍາຄັນຂອງການເຂົ້າຮ່ວມຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃນຄັ້ງນີ້ ແລະ ໄດ້ເໜັ້ນນັກໃຫ້ນັກສຳມະນາກອນຈົ່ງພ້ອມກັນເອົາໃຈໃສ່ເຂົ້າໃນການຄົ້ນຄ້ວາ, ຮໍ່າຮຽນກົດໝາຍໃຫ້ເລິກເຊີ່ງ ແລະ ສາມາດນຳເອົາຄວາມຮູ້ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫວັງ ບົວລະພັນ