Submitted by wickyboubphalyvanh on

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2018 ພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານຮອງລັດຖະມົນຕີ, ຄະນະຊີ້ນຳລວມ, ຄະນະກົມ ຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງ, ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານຂອງກະຊວງຍຸຕິທຳທີ່ລົງຊຸກຍູ້ວຽກງານດັ່ງກ່າວຢູ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ ຈຳນວນ 40 ທ່ານ.
ໃນກອງປະຊຸມໄດ້ຮັບຟັງການລາຍງານຈາກພະນັກງານກະຊວງຍຸຕິທຳ ທີ່ລົງໄປຊຸກຍູ້ວຽກງານປະຕິບັດຄຳຕັດສີນຂອງສານ ທີ່ປະຈຳຢູ່ພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ປະຈຳຢູ່ 9 ເມືອງຂອງນະຄອນຫຼວງວຽງຈັນ ກ່ຽວກັບການເກັບກໍາສະຖິຕິຄະດີ ປະຈຳໄຕມາດທີ I ໂດຍມີການແຍກປະເພດຄະດີ ແລະ ສາເຫດທີ່ພາໃຫ້ມີຄະດີຕົກຄ້າງທີ່ຍັງບໍ່ສາມາດປະຕິບັດສຳເລັດ ເພື່ອພິມເຂົ້າໂປຼແກຼມສະຖິຕິ ຊຶ່ງໃນໄຕມາດທີ I ບັນດາທ່ານທີ່ລົງໄປຊຸກຍູ້ການເຄື່ອນໄຫວວຽກງານດັ່ງກ່າວກໍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ ແລະ ຊອກຫາວິທີແກ້ໄຂຂອດທີ່ຫຍຸ້ງຍາກທີ່ເກີດຂຶ້ນໃນການເຄື່ອນໄຫວວຽກງານດັ່ງກ່າວ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍພະນັກງານທີ່ລົງໄປຊຸກຍູ້ວຽກງານການປະຕິບັດຄຳຕັດສີນຂອງສານຢູ່ທີພະແນກຍຸຕິທຳນະຄອນຫຼວງວຽງຈັນ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ປະຕິບັດໜ້າທີ່ວຽກງານໃຫ້ສຳເລັດຕາມກຳນົດເວລາ ແລະ ທິດທາງແຜນການທີ່ກຳນົດໄວ້.
ຂຽນຂ່າວ: ອ່ອນຄຳ ໄຊຍະວົງ
ພາບ: ສົມຫັວງ, ປາວີຄຳ