Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2018 ທີ່ຜ່ານມາ ຢູ່ທີ່ ຫ້ອງຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີມອບ-ຮັບ ທຶນຊ່ວຍເຫຼືອໄພພິບັດນ້ຳຖ້ວມ ປີ 2018 ຢູ່ບັນດາແຂວງຂອງ ສປປ ລາວ, ໂດຍຕ່າງໜ້າມອບໂດຍທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທຳ ແລະ ຕ່າງໜ້າຮັບໂດຍ ທ່ານ ດຣ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານສະຫວັດດີການສັງຄົມ ຊຶ່ງການສົມທົບທຶນໃນຄັ້ງນີ້ລວມເປັນເງິນທັງໝົດ ຈຳນວນ 10 ລ້ານກີບ.
ປະເພດຂ່າວ: