Submitted by wickyboubphalyvanh on

ໃນຕອນບ່າຍຂອງວັນທີ 20 ກໍລະກົດ 2018 ທີ່ກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລິນ ເຝິ່ງໄຮ ປະທານສະມາຄົມນັກກົດໝາຍ ແຂວງ ຊານຕົງ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ກະຊວງຍຸຕິທຳແຫ່ງ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາຂອງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ກັບການມາຢ້ຽມຢາມ ຂອງທ່ານ ລິນ ເຝິ່ງໄຮ ພ້ອມດ້ວຍຄະນະ ໃນຄັ້ງນີ້.
ຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບຂອງທ່ານ ລິນ ເຝິ່ງໄຮ ພ້ອມດ້ວຍຄະນະໃນຄັ້ງນີ້ ແມ່ນເພື່ອມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ພ້ອມທັງປຶກສາຫາລືຊ່ອງທາງການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າ ລະຫວ່າງ ກະຊວງຍຸຕິທຳຂອງ ສປປ ລາວ ແລະ ສະມາຄົມນັກກົດໝາຍ ແຂວງ ຊານຕົງ ສປ ຈີນ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນໄປເລື້ອຍໆ.
ໃນໂອກາດດັ່ງກ່າວ ທ່ານ ລິນ ເຝິ່ງໄຮ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃນການເຂົ້າຢ້ຽມຢາມ ແລະ ແລກປ່ຽນບົດຮຽນເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືໃນຄັ້ງນີ້.
ຂ່າວ: ອອ່ນຄຳ ພາບ: ສົມຫວັງ