Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2018 ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ກອງມີ ສີສະໝຸດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກງື່ມ, ມີຜູ້ຕາງໜ້າຈາກພະແນກຍຸຕິທຳນະຄອນ ຫຼວງວຽງຈັນ, ບັນດາຂະແໜງການອ້ອມຂ້າງເມືອງ, ຕະຫຼອດຮອດຄູ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ບູນ ຄຳສຸກຖາວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ປາກງື່ມ ກໍໄດ້ຂຶ້ນລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 ຊຶ່ງການຮຽນ-ການສອນກົດໝາຍຊັ້ນຕົ້ນ ແມ່ນຈັດໄດ້ສະເພາະໃຫ້ບັນດາພະນັກງານຫຼັກແຫຼ່ງຂອງຂະແໜງການອ້ອມຂ້າງເມືອງ, ເລຂາພັກບ້ານ, ບັນດານາຍບ້ານຂອງເມືອງ ປາກງື່ມ. ການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດນີ້ ແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຊຶ່ງຜ່ານການຮຽນກົດໝາຍຊັ້ນຕົ້ນເຫັນວ່າ ນັກສຳມະນາກອນໄດ້ຮັບຮູ້ ເຂົ້າໃຈເປັນເອກະພາບກັນທັງດ້ານທິດສະດີກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງຖອດຖອນເອົາບົດຮຽນດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານໃຫ້ຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ແນ່ໃສ່ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ສາມາດກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ຫຼັງຈາກນັ້ນ ໃນພິທີກໍໄດ້ມີການມອບໃບປະກາສະນິຍະບັດໃຫ້ແກ່ນັກກົດໝາຍທີ່ສຳເລັດການຮຽນກົດໝາຍຊັ້ນຕົ້ນ ຈຳນວນ 44 ທ່ານ, ຍິງ 9 ທ່ານ ແລະ ມອບໃບຍ້ອງຍໍຂອງເຈົ້າເມືອງ ປາກງື່ມ ໃຫ້ແກ່ຄະນະຮັບຜິດຊອບ, ຄູ-ອາຈານ, ຊຶ່ງໃຫ້ກຽດມອບໂດຍທ່ານ ກອງມີ ສີສະໝຸດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງປາກງື່ມ.
ພິທີດັ່ງກ່າວໄດ້ດຳເນີນມາເປັນເວລາເຄິ່ງວັນ ແລະ ສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ອ່ອນຄຳ, ພາບ ສົມຫັວງ