Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືກັນລະຫວ່າງຂະແໜງຍຸຕິທຳຂອງ ສປປ ລາວ ແລະ ຣາຊະອາຈັກໄທໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.
ພ້ອມດຽວກັນນັ້ນ ໃນຕອນບ່າຍຂອງວັນດຽວກັນທີ່ສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງສະຖາບັນຍຸຕິທຳແຫ່ງຊາດ ຂອງ ສປປ ລາວ ແລະ ຄະນະ ນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ຊຶ່ງໃຫ້ກຽດເຂົ້າຮ່ວມໃນພິທີໃນຄັ້ງນີ້ ມີທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະ ນິຕິສາດ ມະຫາວິທະຍາໄລຊຽງໃໝ່ ໃນພິທີທັງສອງຝ່າຍໄດ້ປຶກສາຫາລືການພົວພັນຮ່ວມມືກັນໃນຂົງເຂດຍຸຕິທຳ ແລະ ກົດໝາຍ ໂດຍສະເພາະແມ່ນດ້ານການສຶກສາ ແລະ ຄົ້ນຄວ້າວິທະຍາສາດກົດໝາຍຮ່ວມກັນ ຫຼັງຈາກນັ້ນ ໃນພິທີທັງສອງຝ່າຍກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືກັນ ຊຶ່ງມີຄະນະນຳທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໃນຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ທັງສອງຝ່າຍຍຶດຖື ແລະ ເຄົາລົບຕໍ່ບົດບັນທຶກດັ່ງກ່າວ ເພີ່ມທະວີການປະສານສົມທົບກັນ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ໄດ້ເຊັນຮ່ວມກັນ ໃຫ້ປາກົດຜົນເປັນຈິງ ແລະ ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ຂຽນຂ່າວ: ອ່ອນຄຳ ພາບ: ສົມຫັວງ