Submitted by wickyboubphalyvanh on

ໃນຕອນບ່າຍ ຂອງວັນທີ 13 ກໍລະກົດ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ພ້ອມທັງການປະຕິບັດໜ້າທີ່ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມໄດ້ກ່າວຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການສຳຫຼວດໂຄງການຊ່ວຍໜູນສະຖາບັນຍຸຕິທຳ ແຫ່ງ ສປປ ລາວ, ພ້ອມທັງສົນທະນາວຽກງານຍຸຕິທຳ ແລະ ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ານວຽກງານຍຸຕິທຳໃນຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງທ່ານພ້ອມດ້ວຍຄະນະໃນຄັ້ງນີ້.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ ພາບ: ສົມຫວັງ ບົວລະພັນ