Submitted by wickyboubphalyvanh on

ເພື່ອໃຫ້ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງສາມາດຕອບສະໜອງທາງດ້ານປະລິມານ ແລະ ຄຸນນະພາບ, ເພື່ອປະກອບເຂົ້າໃສ່ຕຳແໜ່ງງານໃຫ້ຖືກຕ້ອງ ສອດຄ່ອງກັບໜ້າວຽກຕົວຈິງໃນການປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານໃຫ້ເປັນອັນລະອຽດ, ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນການກໍ່ສ້າງ-ບຳລຸງຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານໃຫ້ເໝາະສົມກັບໜ້າທີ່ວຽກງານ ແລະ ສະພາບເງື່ອນໄຂຕົວຈິງຢ່າງສົມເຫດສົມຜົນ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກໍລະກົດ 2018 ທີ່ສະໂມສອນສະຖາບັນຍຸຕິທຳ ພາກກາງ ແຂວງ ສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ສົມສະນິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳ ພາກກາງ , ເປັນກຽດເຂົ້າຮ່ວມມີທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ຂອງສະຖາບັນຍຸຕິທຳ ພາກກາງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍຍັງໄດ້ຮັບຟັງການເຜີຍແຜ່ເອກະສານມະຕິຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 30 /ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ, ມະຕິຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 32/ ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 175/ຄພບ.ກຍ ວ່າດ້ວຍ ມາດຖານພະນັກງານຂອງຂະແໜງຍຸຕິທຳ. ຊຶ່ງໃຫ້ກຽດໃນການເຜີຍແຜ່ໂດຍທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ດຳເນີນການທາບທາມແຜນກຳນົດພະນັກງານນຳພາຄຸ້ມຄອງຂອງສະຖາບັນຍຸຕິທຳພາກກາງຕື່ມອີກ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນມາຮອດວັນທີ 11 ກໍລະກົດ 2018 ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ : ອ່ອນຄຳ ໄຊຍະວົງ ພາບ ສຸກສາຄອນ