Submitted by KhammouaneTk on

ໃນວັນທີ່ 03 ກໍລະກົດ 2018 ຫ້ອງການຍຸຕິທຳເມືອງ ຄູນຄຳ ໄດ້ສະຫລຸບ ວຽກງານຍຸຕິທຳຮາກຖານ ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນຊຸດທີ VI ຂື້ນທີ່ ຈຸດສຸມ ບ້ານ ຄູນເພັດ ກຸ່ມທ່ານາ ເມືອງ ຄູນຄຳ ແຂວງ ຄຳມ່ວນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເລຂາພັກເມືອງ ເຈົ້າເມືອງ ຄູນຄຳ ພ້ອມນັ້ນ ກໍ່ຍັງມີຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ເຂົ້າຮ່ວມ ໂດຍມີ ທ່ານ ວິໄລສອນ ທຳມະຈັກ ຫົວໜ້າຫ້ອງການຈັດຕັ້ງພະນັກງານ, ທ່ານ ຄູນຕາ ມະນີວົງ ຫົວໜ້າຫ້ອງບໍລິຫານການເງິນ ພ້ອມຄະນະ, ໃນນັ້ນກໍຍັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານ, ເລຂາກຸ່ມບ້ານທ່ານາ, ອົງການຈັດຕັ້ງຂັ້ນບ້ານ, ຄະນະນາຍບ້ານ, ຮອງນາຍບ້ານ, ປ້ອງກັນຊາດ-ປ້ອງກັນສະຫງົບສຸກ, ກອງຫຼອນບ້ານ, ລວມໄປຮອດນັກຮຽນ-ນັກສຶກສາ ກໍ່ໃຫ້ກຽດ ເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້.
ໃນພິທີ ທ່ານ ສາຍສະໝອນ ພົມມະລີ ຫົວໜ້າຫ້ອງການຍຸຕິທຳເມືອງ ຄູນຄຳ ກໍ່ໄດ້ຂື້ນຜ່ານບົດສະຫລຸບຂອງວຽກງານທັງໝົດຕໍ່ກັບການກໍ່ສ້າງນັກກົດໝາຍຊັ້ນຕົ້ນໃຫ້ແກ່ຮາກຖານ ຊຸດທີ່ VI ປີ 2018 ຊື່ງມີຈຳນວນທັງໝົດ 36 ທ່ານ ໃນນັ້ນ ທ່ານກໍ່ຍັງຊີ້ໃຫ້ເຫັນ ເຖິງ ຈຸດດີ, ຈຸດອ່ອນ ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດ ວຽກງານຍຸຕິທຳຮາກຖານ ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນ.
ຈາກນັ້ນ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງ ຄູນຄຳ ກໍ່ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ຈຳນວນ 36 ທ່ານ ຊື່ງໃນຈຳນວນດັ່ງກ່າວ ລັວນແຕ່ແມ່ນ ນາຍບ້ານ, ຮອງນາຍບ້ານ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຂົງເຂດນັ້ນ. ໃນໂອກາດດຽວກັນນີ້ທ່ານ ເຈົ້າເມືອງ ກໍໄດ້ມີຄຳຄິດຄຳເຫັນ ຕໍ່ກັບໝາກຜົນ ຂອງວຽກງານຍຸຕິທຳຮາກຖານ ທີ່ສຳເລັດລົງ, ໃນນາມຕາງໜ້າອົງການຈັດຕັ້ງພັກ-ລັດ ຂັ້ນເມືອງ ຂໍຍ້ອງຍໍຊົມເຊີຍ ແລະ ຂອບໃຈ ມາຍັງຂົງເຂດຍຸຕິທຳເວົ້າລວມ, ເວົ້າສະເພາະ ກໍ່ຄື ອຳນາດການປົກຄອງຂັ້ນທ້ອງຖິ່ນ ທີ່ໄດ້ເອົາໃຈໃສ່ ແລະ ເຫັນຄວາມສຳຄັນຂອງວຽກງານຍຸຕິທຳຮາກຖານ ກໍ່ສ້າງບຸກຄະລາກອນກົດໝາຍໃຫ້ແກ່ທ້ອງຖິ່ນ ຊື່ງວຽກງານດັ່ງກ່າວແມ່ນນອນຢູ່ໃນແຜນແມ່ບົດຂອງວຽກງານທິດນຳ 03 ສ້າງ ທີ່ ທາງຂົງເຂດຍຸຕິທຳໄດ້ເນັ້ນໃສ່ກໍ່ສ້າງຊັບພະຍາກອນມະນຸດ ເພື່ອໃຫ້ ພໍ່, ແມ່ປະຊາຊົນ ໄດ້ຮຽນຮູ້, ໄດ້ເຂົ້າໃຈ ເຖິງຄວາມສຳຄັນຂອງລະບຽບກົດໝາຍທີ່ມີການນຳໃຊ້ ຢູ່ໃນ ສປປ ລາວ ເຊີ່ງ ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ, ແນໃສ່ການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວ. ທ່ານຍັງໄດ້ກ່າວຕື່ມອີກວ່າ : ອຳນາດການປົກຄອງບ້ານ, ນາຍບ້ານ ຕ້ອງເປັນຜູ້ທີ່ຮູ້ ແລະ ໄດ້ຜ່ານການຮຽນກົດໝາຍຊັ້ນຕົ້ນ ຈິ່ງສາມາດ ຊີ້ນຳ-ນຳພາ, ຄຸ້ມຄອງບ້ານໃຫ້ເດີນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ຢ່າງຖືກຕ້ອງ ເປັນທຳ ໂດຍອີງໃສ່ກົດໝາຍເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານທຸກໆດ້ານ ໃຫ້ປະກົດຜົນເປັນຈິງ.
ພິທີມອບໃບປະກາສະນີຍະບັດ ກົດໝາຍຊັ້ນຕົ້ນ ຊຸດທີ່ VI ປີ 2018 ໄດ້ອັດລົງໃນຕອນບ່າຍຂອງວັນດຽວກັນ.