Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2018 ທີ່ ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມມີທ່ານ ປອ. ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມ.
ໃນທີ່ປະຊຸມຜູ້ເຂົ້າຮວ່ມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລກປຽ່ນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ, ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດດີ ຊຶ່ງຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍປະກອບມີ 13 ພາກ 5 ໝວດ 77 ມາດຕາ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ເພື່ອຊຸກຍູ້ສົ່ງເສີມວຽກງານດັ່ງກ່າວ ໃຫ້ຖືກຕ້ອງຕາມມາດຕະຖານດ້ານເຕັກນິກ, ຮັບປະກັນໃຫ້ມີຄວາມປອດໄພໃນການນຳໃຊ້, ການຂົນສົ່ງການກະກຽມ ພ້ອມຮັບມືກັບກໍລະນີເກີດເຫດສຸກເສີນ ແລະ ມີຄວາມໝັ້ນຄົງໃນການຮັກສາແຫຼ່ງກຳມະຕະພາບລັງສີ ແນ່ໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພ້ອມສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສຸກສາຄອນ