Submitted by wickyboubphalyvanh on

ໃນວັນທີ 22 ມີຖຸນາ 2018 ຜ່ານມາ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮາກຖານ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໄຊຈຳພອນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຄຳພັດ ສຸລິຂັນ ວ່າການເລຂາ ພັກເມືອງ, ເຈົ້າເມືອງ ໄຊຈຳພອນ, ມີບັນດາຫົວໜ້າຫ້ອງການ, ພະນັກງານອ້ອມຂ້າງເມືອງ ພ້ອມດ້ວຍນັກສຶກສາກົດໝາຍຊັ້ນຕົ້ນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ຄຳສອນ ສີຫາລາດ ຫົວໝ້າຫ້ອງການຍຸຕິທຳເມືອງ ຂຶ້ນສະຫຼຸບລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນ ພ້ອມທັງຕີລາຄາຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ການຮຽນກົດໝາຍຊັ້ນຕົ້ນຊຸດນີ້ ມີນັກກົດໝາຍສຳເລັດການຮຽນຈຳນວນທັງໝົດ 28 ທ່ານ, ຍິງ 5 ທ່ານ.
ຕອນທ້າຍ ທ່ານ ຄຳພັດ ສຸລິຂັນ ວ່າການ ເລຂາພັກເມືອງ, ເຈົ້າເມືອງ ໄຊຈຳພອນ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ທີ່ສຳເລັດການຮຽນໃນຊຸດນີ້ ພ້ອມທັງມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມຈົ່ງໄດ້ນໍາເອົາຄວາມຮູ້ທີ່ໄດ້ຮັບຈາກການຮຽນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃນທ້ອງຖິ່ນຕົນໃຫ້ສຳເລັດຜົນ.
ຂຽນຂ່າວ-ຖ່າຍພາບ: ບຸນເລີດ ລັດທະພອນ ຈາກພະແນກຍຸຕິທຳແຂວງ ບໍລິຄຳໄຊ