Submitted by wickyboubphalyvanh on

ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2018 ຢູ່ທີ ພະແນກຍຸຕິທຳ ແຂວງ ຄຳມ່ວນ ໄດ້ມີພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງ ຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ , ລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ, ມີຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານຂອງກະຊວງຍຸຕິທຳ, ບັນດາພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ຂຶ້ນຜ່ານບົດບັນທຶກມອບຮັບໜ້າທີ່ຕຳແໜ່ງ ລະຫວ່າງ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳແຂວງ ຄຳມວ່ນ ຜູ້ເກົ່າ ກັບ ທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ຜູ້ໃໝ່ ຫຼັງຈາກນັ້ນ ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ້ອງໜ້າຂອງຄະນະພັກ-ຄະນະນຳຂອງ ກະຊວງຍຸຕິທຳ, ຄະນະພັກ-ຄະນະນຳຂອງແຂວງ ຄຳມວ່ນ ທັງນີ້ເພື່ອເປັນການຍົກສູງ ບົດບາດຂອງຫົວໜ້າພະແນກຜູ້ໃໝ່ ໃນການຊີ້ນຳ-ນຳພາ ວຽກງານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນຕອນທ້າຍພິທີກໍໄດ້ຮັບຟັງການໂອ້ລົມຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກ່ອນອື່ນທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ພະແນກຍຸຕິທຳແຂວງ ຄຳມ່ວນ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງພະແນກຍຸຕິທຳແຂວງ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສົມຫັວງ