Submitted by wickyboubphalyvanh on

ໃນວັນທີ 22 ມິຖຸນາ 2018 ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຂອງ ທ່ານ ສົມພັນ ແສງຄໍາມີ ຮອງປະທານສະພາແຫ່ງຊາດ, ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 116 ທ່ານ. ຊຶ່ງທ່ານໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ເຮັດໃຫ້ເນື້ອໃນກົດໝາຍມີຄວາມຊັດເຈນ ແລະ ຮັດກຸ່ມຂຶ້ນກວ່າເກົ່າ.
ໃນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ຊຶ່ງປະກອບມີ XI ພາກ, 7 ໝວດ, ແຕ່ໄດ້ສັບຊ້ອນພາກທີ IV ແລະ ພາກທີ V ມາເປັນພາກທີ III, ສັບຊ້ອນ ພາກທີ IV ແລະ ພາກທີ III ມາເປັນພາກທີ V. ໃນຮ່າງກົດໝາຍສະບັບປັບປຸງ. ປະກອບມີ 89 ມາດຕາ, ໃນນີ້ໄດ້ປັບປຸງໃໝ່ 55 ມາດຕາ , ສ້າງໃໝ່ 17 ມາດຕາ ແລະ ຮັກສາໄວ້ 17 ມາດຕາ. ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງສັນຕິວິທີ, ເປັນທໍາ ແລະ ວ່ອງໄວ ແນໃສ່ຊຸກຍູ້ການດໍາເນີນການຜະລິດ-ທຸລະກິດໃຫ້ຂະຫຍາຍຕົວ ແລະ ເຊື່ອມໂຍງເຂົ້າສາກົນ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຕອນບ່າຍຂອງວັນດຽວກັນພາຍຫຼັງທີ່ ສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລ້ວ ກໍໄດ້ຮັບຮອງກົດໝາຍສະບັບດັ່ງກ່າວ ດ້ວຍຄະແນນສຽງສ່ວນຫຼາຍ.
ຂ່າວ-ພາບ: ຂົນ ບຸນທິສານ