Submitted by wickyboubphalyvanh on

ເພື່ອເປັນການຈັດຕັ້ງປະຕິບັດຜັນຂະຫຍາຍຄຳແນະນຳ ເລກທີ 1387/ກຍ, ລົງວັນທີ 5 ທັນວາ ປີ 2017 ຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ທິດທາງແຜນການຂອງພະແນກຍຸຕິທຳແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ວຽກງານສາມສ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ກຳນົດໄວ້ ແລະ ທັງເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານຂອງພະແນກຍຸຕິທຳແຂວງ ກັບ ນັກສຳມະນາກອນກົດໝາຍ 45 ວັນ
ສະນັ້ນລະຫວ່າງວັນທີ່ 14-15 ຂອງເດືອນ ມິຖຸນາ 2018 ພະແນກຍຸຕິທຳໄດ້ຈັດພິທີສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຊິງຂັນທ່ານຫົວໜ້າພະແນກຍຸຕິທຳແຂວງ ໂດຍເປັນປະທານຂອງທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງ, ຊຶ່ງມີນັກກິລາຈາກ ສະພາທະນາຍຄວາມປະຈຳແຂວງອຸດົມໄຊ, ມີນັກສຳມະນາກອນກົດໝາຍ 45 ວັນ ແລະ ພະນັກງານພະແນກຍຸຕິທຳເຂົ້າຮ່ວມແຂງຂັນທັງໝົດ 22 ທີມ, ຍິງ 7 ທີມ.
ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້:
- ທີມຊາຍ
- ຊະນະເລີດໄດ້ແກ່ ທີມສະພາທະນາຍຄວາມປະຈຳແຂວງ ອຸດົມໄຊ
- ຮອງຊະນະເລີດໄດ້ແກ່ ທີມຊາວໜຸ່ມພະແນກຍຸຕິທຳແຂວງ
- ອັນດັບ 3 ໄດ້ແກ່ ທີມນັກສຳມະນາກອນກົດໝາຍ 45 ວັນ
2. ທີມຍິງ
- ຊະນະເລີດໄດ້ແກ່ ທີມໜວ່ຍແມ່ຍິງພະແນກຍຸຕິທຳແຂວງ
- ຮອງຊະນະເລີດໄດ້ແກ່ ທີມອາຈານສອນກົດໝາຍ 45 ວັນ
- ອັນດັບ 3 ໄດ້ແກ່ ທີມນັກສຳມະນາກອນກົດໝາຍ 45 ວັນ
ໃນຕອນທ້າຍ ທ່ານ ສອນສຸວັນ ປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງໄດ້ໃຫ້ກຽດຂຶ້ນມອບຂັນ ແລະ ເງິນລາງວັນໃຫ້ແຕ່ລະທີມ.
ຂຽນໂດຍ ນາງພູຄຳ ຫັດສະດີ