Submitted by wickyboubphalyvanh on

ໃນຕອນບ່າຍ ຂອງວັນທີ 11 ມິຖຸນາ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ.
ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຫວູທິລານແອັງ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳໃນຄັ້ງນີ້ ຫຼັງຈາກນັ້ນ, ທ່ານ ນາງ ຫວູທິລານແອັງ ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ກໍເພື່ອລາຍງານກ່ຽວກັບການຮ່ວມມືລະຫວ່າງສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງທັງສອງຝ່າຍຈະໄດ້ສືບຕໍ່ປະຕິບັດຕາມບົດບັນທຶກ ແລະ ແຜນການຮ່ວມມືປະຈຳປີ 2018 ໃຫ້ປະກົດຜົນເປັນຈິງ ພ້ອມທັງແຜນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ໂອກາດດຽວກັນນີ້, ທ່ານ ນາງ ຫວູທິລານແອັງ, ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຢ່າງອົບອຸ່ນໃນຄັ້ງນີ້.
ແລະ ໃນວັນດຽວກັນ ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ຢູ່ທີ່ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ ຝ່າຍລາວນຳພາໂດຍທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ, ຝ່າຍຫວຽດນາມນຳພາໂດຍ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີຮອງຫົວໜ້າສະຖາບັນ, ຫົວໜ້າ-ຮອງຫົວໜ້າພະແນກ, ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ. ໃນກອງປະຊຸມທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ຜ່ານມາ ພ້ອມນັ້ນກໍຍັງໄດ້ແລກປ່ຽນບົດຮຽນກ່ຽວກັບພາລະບົດບາດຂອງແຕ່ລະຝ່າຍ, ການຄຸ້ມຄອງການບໍລິຫານການສຶກສາດ້ານກົດໝາຍ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການສ້າງສູນຄົ້ນຄວ້າກົດໝາຍ ລາວ-ຫວຽດນາມຮ່ວມກັນ ພ້ອມທັງໄດ້ປຶກສາຫາລືແຜນການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ, ສົມຫວັງ ບົວລະພັນ