Submitted by wickyboubphalyvanh on

ໃນລະຫວ່າງວັນທີ 11-12 ມິຖຸນາ 2018 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ກວດກາ ດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໂດຍການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮວ່ມຂອງທ່ານ ນາງ ຄຳເພົາ ເອິນທະວັນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ແຂກຖືກເຊີນ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມຈຳນວນ 16 ທ່ານ, ຍິງ 3 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກວດກາຄືນກ່ຽວກັບຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ຊຶ່ງປະກອບມີ 8 ພາກ, 17 ໝວດ, 62 ມາດຕາ ໃນຮ່າງກົດໝາຍສະບັບດັ່ງກ່າວ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນສູງ ແນ່ໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນກອງປະຊຸມຜູ້ເຂົ້າຮວ່ມໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລືແລກປຽ່ນບົດຮຽນ ແລະ ປະກອບຄຳ ຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະ ທາງດ້ານເຕັກນິກ ແລະ ຄວາມສອດຄ່ອງຂອງກົດໝາຍ ສະບັບດັ່ງກ່າວຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດອັນດີ ແນ່ໃສ່ເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຂຶ້ນ.
ຂ່າວ: ອ່ອນຄຳ ໄຊຍະວົງ