Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2018 ຢູ່ທີ່ຫ້ອງການຍຸຕິທຳ ເມືອງ ຈັນທະບູລີ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໂດຍການເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳພິທູນ ຈັນທະກຸນ ຮອງເລຂາພັກເມືອງ ຮອງເຈົ້າເມືອງຈັນທະບູລີ, ມີຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດນັກສຳມະນາກອນ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 21 ຄົນ.
ໃນພິທີທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງ ຈັນທະບູລີ ກໍໄດ້ຂຶ້ນລາຍງານຜົນສຳເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ຊຶ່ງມີນັກສຳມະນາກອນເຂົ້າຮຽນທັງໝົດຈຳນວນ 35 ຄົນ, ຍິງ 21 ຄົນ, ມາຈາກອົງການປົກຄອງບ້ານ 16 ຄົນ, ຍິງ 9 ຄົນ, ພະນັກງານອ້ອມຂ້າງເມືອງ 18 ຄົນ, ຍິງ 12 ຄົນ ຊຶ່ງການຮຽນ-ການສອນດັ່ງກ່າວແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຜ່ານການຮຽນກົດໝາຍຊັ້ນຕົ້ນເຮັດໃຫ້ພະນັກງານຫຼັກແຫຼ່ງ, ເລຂາພັກບ້ານ, ນາຍບ້ານ ພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈ ແລະ ເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເປັນຕົ້ນ ການບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານກໍຄືປະຊາຊົນມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ຫຼັງຈາກນັ້ນ ໃນພິທີກໍໄດ້ມີການມອບໃບຍ້ອງຍໍຂອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງ ຈັນ ໃຫ້ແກ່ຄະນະຮັບຜິດຊອບ, ຄູ-ອາຈານ, ນັກຮຽນກົດໝາຍຊັ້ນຕົ້ນ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານ ພາຍໃນເມືອງ ທີ່ມີຜົນງານໃນການເຄື່ອນໄຫວວຽກງານ ໃນໄລຍະ 1 ປີຜ່ານມາ ຊຶ່ງໃຫ້ກຽດ ມອບໂດຍທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ.
ກອງປະຊຸມດັ່ງກ່າວໄດ້ດຳເນີນມາເປັນເວລາເຄິ່ງວັນຈຶ່ງສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ອ່ອນຄຳ, ພາບ ສຸກສາຄອນ