Submitted by atsany on

ໃນວັນທີ 08 ມີຖຸນາ 2018 ຜ່ານມານີ້ຢູ່ທີ່ສະໂມສອນໃຫຍ່ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ທ່ານ ຄຳສະເຫວີຍ ພົມມະຈັນ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງແກ້ວອຸດົມ, ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ , ຄູອາຈານ ແລະ ນັກຝຶກອົບຮົມກົດໝາຍຊັ້ນຕົ້ນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ທອງພັນ ເພັດວິໄຊ ກຳມະການພັກເມືອງຫົວໜ້າຫ້ອງການຍຸຕິທຳໄດ້ຜ່ານບົດລາຍງານຜົນສຳເລັດຂອງວຽກງານຍຸຕິທຳຮາກຖານການຈັດຕັ້ງປະຕິບັດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ IV ເຊິ່ງໄດ້ເລີມເປີດແຕ່ວັນທີ 05 ມີນາ 2018 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຮຽນ-ການສອນແມ່ນມີວິຊາຮຽນທັງໝົດ 36 ວິຊາ , ມີ 30 ໜ່ວຍກິດ, ມີ 450 ຊົ່ວໂມງຮຽນ, ມີນັກຮຽນທັງໝົດ 51 ຄົນຍິງ 16 ຄົນ ແລະ ມີຄູອາຈານທັງໝົດ 21 ຄົນ, ຍິງ 04 ຄົນ, ໃນນັ້ນຄູສອນມາຈາກສານເຂດ ແລະ ໄອຍະການເຂດ 03 ທ່ານ ນອກນັ້ນແມ່ນຄູມາຈາກການນຳຂອງເມືອງ, ຫົວໜ້າຫ້ອງການຮອງຫົວໜ້າຫ້ອງຢູ່ພາຍໃນເມືອງແກ້ວອຸດົມ ສ່ວນຜົນການຮຽນແມ່ນເສັ້ງໄດ້ 100 %.
ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າສະຖາບັນຍຸຕິທຳແຫ່ງຊາດວ່າດ້ວຍການມອບໃບປະກາດສະນີຍະບັດ ຜູ້ສຳເລັດການຝຶກອົບຮົມກົດໝາຍຊັ້ນຕົ້ນຊຸດທີ IV ພ້ອມນີ້ ທ່ານ ກອງສີ ອຸດົມກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ກໍ່ໃຫ້ກຽດຂື້ນມອບໃບປະກາດສະນີຍະບັດໃຫ້ແກ່ນັກຝຶກອົບຮົມກົດໝາຍຊັ້ນຕົ້ນຢ່າງສົມກຽດ.