Submitted by atsany on

ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2018 ກະຊວງຍຸຕິທຳ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ທີ່ບໍລິເວນຕຶກກະຊວງຍຸຕິທຳຫຼັງໃໝ່ ໂດຍການນໍາພາຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ບັນດາຄະນະພັກ-ຄະນະນຳກະຊວງ, ຕະຫຼອດພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ.
ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກໃນການຮັກ, ຫວງແຫນປ່າໄມ້ ແລະ ສິ່ງແວດລ້ອມທຳມະຊາດ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ ພ້ອມທັງປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ແຕ່ນີ້ ຮອດປີ 2020 ຂອງລັດຖະບານ ໃຫ້ປະກົດຜົນເປັນຈິງ ນອກຈາກນັ້ນ ກໍເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບຕາມ ທິດສີຂຽວ ແລະ ຍືນຍົງ ຕາມຄຳຂວັນທີ່ວ່າ ຊວ່ຍກັນປູກ ຊວ່ຍກັນຮັກສາ ແລະ ຟື້ນຟູປ່າໄມ້ ໃຫ້ອຸດົມສົມບູນໃນວັນນີ້ ຊີວິດຈະສົດໃສດີໃນວັນໜ້າ. ແລະ ຍັງເປັນການປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນວາງອອກໃຫ້ປະກົດຜົນເປັນຈິງ .
ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ທີ່ເປັນຮົ່ມ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ ຊຶ່ງບັນຍາກາດໃນວັນດັ່ງກ່າວເຕັມໄປດ້ວຍບັນຍາກາດຝົດຟື້ນ ແລະ ມ່ວນຊື່ນ.
ຂ່າວ ອ່ອນຄຳ , ພາບ ສົມຫັວງ, ສຸກສາຄອນ