Submitted by atsany on

ໂດຍອີງຕາມວາລະຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2018 ທີ່ຜ່ານມາ ຢູ່ທີ່ສະພາແຫ່ງຊາດ ໄດ້ມີການສະເໜີບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ, ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ.
ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບ ການຈັດຕັ້ງຜັນຂະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍໃນໄລຍະຜ່ານມາ ເພື່ອຜັນຂະຫຍາຍບັນດາກົດໝາຍທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ໃຫ້ເປັນອັນລະອຽດ ແລະ ການຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງຕາມກົດໝາຍນັ້ນ, ໄດ້ມີບັນດາມາດຕາຂອງກົດໝາຍຈຳນວນໜຶ່ງ ກຳນົດວ່າ ຈະມີລະບຽບການສະເພາະຕ່າງຫາກ ຊຶ່ງຈະຕ້ອງໄດ້ຜັນຂະຫຍາຍ ບັນດາມາດຕາເຫຼົ່ານັ້ນ ໃຫ້ເປັນນິຕິກຳໃຕ້ກົດໝາຍ, ຊຶ່ງຜ່ານມາກະຊວງຍຸຕິທຳ ກໍໄດ້ພະຍາຍາມປະສານສົມທົບ ກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ, ໂດຍເປັນເຈົ້າການ ຈັດກອງປະຊຸມຮ່ວມ ກັບບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ປຶກສາຫາລື ແລະ ທົບທວນແຜນການສ້າງ ແລະ ປັບປຸງກົດໝາຍຂອງຕົນ ແລະ ຢັ້ງຢືນຄວາມພ້ອມຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງແຕ່ລະຂະແໜງການກ່ອນຈະນຳສະເໜີຜ່ານກອງປະຊຸມລັດຖະບານ.
ຊຶ່ງຜ່ານການຈັດຕັ້ງປະຕິບັດມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະ ຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍເປັນມາດຕາຂອງກົດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທືອທີ 2 ແລະ ເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ VIII ຊຶ່ງລວມມີທັງໝົດ 321 ມາດຕາ ໃນນີ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ແລະ ປະກາດໃຊ້ແລ້ວ ມີ 217 ມາດຕາ, ໄດ້ຮ່າງເປັນນິຕິກຳໃຕ້ກົດໝາຍ ແຕ່ບໍ່ທັນໄດ້ຮັບຮອງ ແລະ ປະກາດໃຊ້ ມີ 57 ມາດຕາ ແລະ ຍັງອີກ 49 ມາດຕາ ທີ່ບໍ່ທັນໄດ້ຜັນຂະຫຍາຍ.
ຫຼັງຈາກນັ້ນ ທ່ານ ສາຍທອງ ແກ້ວດວງດີ ກໍໄດ້ຂຶ້ນປະກອບຄຳເຫັນຕໍ່ກັບບົດລາຍງານດັ່ງກ່າວ ພ້ອມດຽວກັນນີ້ ບັນດາສະມາຊິກສະພາແຫ່ງຊາດກໍໄດ້ ປະກອບຄຳຄິດຄຳເຫັນ ແລະ ມີຄຳຖາມເຈາະຈີ້ມຈຳນວນໜຶ່ງຕໍ່ບົດລາຍງານດັ່ງກ່າວ.
ໃນຕອນທ້າຍ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ມີການສັງລວມບັນດາຄຳຄິດເຫັນຕ່າງໆຂອງສະມາຊິກສະພາແຫ່ງຊາດ ພ້ອມທັງເນັ້ນໜັກໃຫ້ມີການສືບຕໍ່ກວດກາການສ້າງແຜນ ແລະ ປັບປຸງບັນດານິຕິກຳຂອງບັນດາກະຊວງ-ອົງການລັດທຽບເທົ່າຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ແນ່ໃສ່ໃຫ້ກົດໝາຍໃດທີ່ສະພາແຫ່ງຊາດຮັບຮອງ ປະທານປະເທດປະກາດໃຊ້ແລ້ວ ແລະ ພາຍຫຼັງລົງຈົດໝາຍເຫດທາງລັດຖະການແລ້ວນັ້ນ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ເລີຍ ເພື່ອຮັບປະກັນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ວ່ອງໄວ ແລະ ປາກົດຜົນເປັນຈິງ.
ຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສົມຫັວງ