Submitted by atsany on

ເພື່ອເຮັດໃຫ້ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຂັ້ນຕອນໃນການສ້າງສຳນວນຄະດີຈຳລອງ, ດັ່ງນັ້ນ ໃນຕອນບ່າຍຂອງວັນທີ 6 ມິຖຸນາ 2018 ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງຂຶ້ນຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ເພື່ອນຳເຂົ້າໃນການຮຽນ-ການສອນ ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ເຂົ້າຮ່ວມມີທ່ານ ອາຈານ ຮາໂຕໂກະ ມາຊະໂນຣິ ທີ່ປຶກສາກິຕິມະສັກ ຊ່ຽວຊານຄະດີອາຍາ ຈາກປະເທດຍີ່ປຸ່ນ, ມີບັນດາຄູ-ອາຈານ ຈາກຄະນະ: ນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ທີມງານຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງເຂົ້າໃນການຮຽນ-ການສອນໃນຄັ້ງນີ້ ແມ່ນເນັ້ນໜັກໃສ່ການສອນທົດລອງດ້ວຍການນຳໃຊ້ສຳນວນຄະດີອາຍາ ແລະ ສຳນວນຄະດີແພ່ງຈຳລອງ ໂດຍອາຈານທີ່ມີຄວາມຮູ້ ຄວາມສາມາດ ແລະ ມີປະສົບການສະເພາະດ້ານ ຈາກ ສປປ ລາວ ແລະ ປະເທດຍີ່ປຸ່ນ ຊຶ່ງໃນການສິດສອນຕົວຈິງຈະໄດ້ມີການຈັດກິດຈະກຳ ໂດຍເອົານັກສຶກສາເປັນໃຈກາງ ໂດຍມີການຖາມ-ຕອບ ແລະ ແລກປ່ຽນຄຳຄິດຄຳເຫັນ ພ້ອມທັງອະທິບາຍລະອຽດກ່ຽວກັບຂັ້ນຕອນໃນການສ້າງສຳນວນຄະດີອາຍາ ແລະ ສຳນວນຄະດີແພ່ງ ແນ່ໃສ່ເຮັດໃຫ້ນັກສຶກສາກົດໝາຍຂອງສະຖາບັນຍຸຕິທຳແຫ່ງຊາດ ໄດ້ຄົ້ນຄວ້າ ແລະ ສົມທຽບລະຫວ່າງທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງຈະສ້າງຄວາມຮັບຮູ້ອັນໃໝ່ໃຫ້ແກ່ນັກສຶກສາທີ່ສາມາດນຳໄປໝູນໃຊ້ເຂົ້າໃນການສຶກສາຄົ້ນຄວ້າ-ຮໍ່າຮຽນໃຫ້ປະສົບຜົນສຳເລັດ.
ຊຶ່ງການສິດສອນດັ່ງກ່າວໄດ້ດຳເນີນມາຮອດວັນທີ 8 ມິຖຸນາ 2018 ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ອ່ອນຄຳ, ພາບ: ສົມຫັວງ