Submitted by wickyboubphalyvanh on

ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໄດ້ໄຂຂື້ນຢ່າງເປັນທາງການໃນເວລາ 13 ໂມງ 30 ນາທີ ຂອງວັນທີ 05 ມິຖຸນາ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ພ້ອມດ້ວຍຄະນະຮັບຜິດຊອບ, ອາຈານສອນ ແລະ ນັກສຳມະນາກອນທີ່ມາຈາກຄະນະພະແນກ, ອົງການທຽບເທົ່າ, ກຳລັງປກສ, ປກຊ ແລະ ບັນດາ 05 ຕົວເມືອງຂອງແຂວງອັດຕະປືເຂົ້າຮ່ວມ.
ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ສະມາຊິກສະພາປະຊາຊົນແຂວງໄດ້ຜ່ານແຜນການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຊຸດທີ VI ປີ 2018 ຕໍ່ກອງປະຊຸມວ່າ: ການເປີດຝຶກອົບຮົມການຮຽນ-ການສອນກົດໝາຍໄລຍະສັ້ນ ຊຸດທີ VI ຂອງແຂວງ ອັດຕະປືໃນຄັ້ງນີ້ແມ່ນເພື່ອສືບຕໍ່ປະຕິບັດຕາມຫຼັກສູດການຝຶກອົບຮົມກົດໝາຍຂັ້ນພື້ນຖານຂອງກະຊວງຍຸຕິທຳ. ພ້ອມກັນນັ້ນ, ຍັງເປັນການປະກອບສ່ວນອັນສໍຳຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການສ້າງລັດແຫ່ງກົດໝາຍແຕ່ນີ້ຮອດປີ 2020, ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນໄດ້ເລັ່ງໃສ່ພະນັກງານນຳພາຫຼັກແຫຼ່ງຂອງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະກອງບັນຊາການ ປກຊ-ປກສ ແລະ ຄະນະກອງບັນຊາການປກຊ-ປກສ ເມືອງ ໂດຍທັງໝົດປະກອບມີ 50 ທ່ານ, ຍິງ 10 ທ່ານ; ຊຶ່ງຜູ້ເຂົ້າຝຶກອົບຮົມທັງໝົດແມ່ນຖືກຄັດເລືອກຈາກຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ຄວາມເປັນເອກະພາບຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບການຝຶກອົບຮົມ ໂດຍມີຂໍ້ຕົກລົງແຕ່ງຕັ້ງຈາກທ່ານເຈົ້າແຂວງ. ສຳລັບເນື້ອໃນຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາຈຳນວນ 28 ກົດໝາຍ, 21 ໜ່ວຍກິດ, 315 ຊົ່ວໂມງ ໃຊ້ເວລາຮຽນທັງໝົດ 45 ວັນ ໂດຍບໍ່ນັບວັນພັກທາງລັດຖະການ ແລະ ວັນພັກທາງສາສະໜາ. ຊຶ່ງກົດໝາຍທີ່ໄດ້ຄັດເລືອກມານີ້ແມ່ນລ້ວນແຕ່ມີຄວາມສຳຄັນທີ່ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານການນຳ , ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າພາຍໃນແຂວງ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ໄດ້ໃຫ້ກຽດຊີ້ນຳ ແລະ ໂອ້ລົມຕໍ່ພະນັກງານນຳພາຫຼັກແຫຼ່ງຂັ້ນເມືອງ ແລະ ແຂວງ ພາຍໃຕ້ກອງປະຊຸມໃນຄັ້ງນີ້ວ່າ: ເພື່ອເຮັດໃຫ້ການຊີ້ນຳ, ນຳພາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມມີຄວາມສອດຄ່ອງ, ກົມກຽວເປັນໄປຕາມລັດຖະທຳມະນູນ ແລະ ກົດໝາຍ ໂດຍແນໃສ່ບັນຫາພື້ນຖານສຳຄັນໃນການສ້າງລັດແຫ່ງກົດໝາຍ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນແມ່ບົດພັດທະນາລັດແຫ່ງກົດໝາຍຮອດປີ 2020, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຫຼື ເອີ້ນຫຍໍ້ວ່າ ມະຕິ 3 ສ້າງ ໃຫ້ເຂົ້າສູ່ຊິວິດຕົວຈິງນັ້ນ; ເຫັນວ່າ ພະນັກງານນຳພາ, ຄຸ້ມຄອງຫຼັກແຫຼ່ງຂອງອົງການຈັດຕັ້ງຕ່າງໆໃນລະບົບການເມືອງຢູ່ຂັ້ນແຂວງ ແລະ ເມືອງ ແມ່ນມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ມີຄວາມຮູ້ພື້ນຖານດ້ານກົດໝາຍ ຊຶ່ງເປັນອັນລະອຽດຂອງແນວທາງນະໂຍບາຍຂອງລັດແຕ່ລະດ້ານທີ່ພັກກຳອຳນາດວາງອອກ ແລະ ທັງເປັນການຍົກລະດັບໃຫ້ພະນັກງານຫຼັກແຫຼ່ງມີຄວາມຮູ້ພື້ນຖານທາງດ້ານກົດໝາຍ, ມີຄວາມສາມາດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລະບຽບກົດໝາຍ, ເພື່ອເພີ່ມທະວີໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ການມອບຄວາມຮັບຜິດຊອບທາງດ້ານວິຊາການຂອງແຕ່ລະຂະແໜງການຢ່າງລະອຽດຈະແຈ້ງ, ຖືກຕ້ອງຕາມທິດທາງທີ່ວ່າ: ສ້າງແຂວງເປັນຫົວໜ່ວຍຍຸດທະສາດໃນການຄຸ້ມຄອງລັດດ້ວຍກົດໝາຍ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງທາງດ້ານກົດໝາຍ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາສະຕິເຄົາລົບກົດໝາຍໃຫ້ສູງຂຶ້ນ.
ດັ່ງນັ້ນ, ພະນັກງານການຳຫຼັກແຫຼ່ງທຸກທ່ານ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນ, ພ້ອມກັນຕັ້ງໜ້າສຸມສະຕິປັນຍາ, ເຫື່ອແຮງເຂົ້າໃສ່ການຄົ້ນຄ້ວາ ແລະ ຮ່ຳຮຽນ ເພື່ອກຳແໜ້ນເນື້ອໃນພື້ນຖານຂອງກົດໝາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວໂດຍ ພ.ສະເຫຼີມສັກ