Submitted by wickyboubphalyvanh on

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2018 ຜ່ານມາ, ທີ່ສະໂມສອນເມືອງ ວຽງໄຊ ແຂວງ ຫົວພັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຄະນະນຳຂອງເມືອງ ວຽງໄຊ, ມີທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານສອນ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພັນສີ ທິບມະນີ ຫົວໜ້າຫ້ອງການຍຸຕິທໍາ ເມືອງ ວຽງໄຊ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ, ການເມືອງ-ການປົກຄອງ ແລະ ການຮຽນກົດໝາຍຊັ້ນຕົ້ນ ປະຈຳປີ 2018 ຊຶ່ງການຮຽນ-ການສອນດັ່ງກ່າວໄດ້ດຳເນີນມາເລີ່ມແຕ່ວັນທີ 12 ກຸມພາ ຫາ ວັນທີ 18 ພຶດສະພາ 2018 ມີສຳມະນາກອນເຂົ້າຮໍ່າຮຽນທັງໝົດ 52 ຄົນ, ຍິງ 14 ຄົນ, ໃນນີ້ ຮຽນທິດສະດີການເມືອງ-ການປົກຄອງຈຳນວນ 32 ຄົນ, ຍິງ 9 ຄົນ ຫຼັກສູດການຮຽນປະກອບມີ 9 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 393 ຊົ່ວໂມງ ແລະ ນັກຮຽນກົດໝາຍຊັ້ນຕົ້ນຈຳນວນ 20 ຄົນ, ຍິງ 5 ຄົນ ປະກອບມີ 37 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 450 ຊົ່ວໂມງ, ຊຶ່ງຕະຫຼອດໄລຍະ 3 ເດືອນ ນັກສຳມະນາກອນທັງສອງລະບົບ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການນຳເອົາກໍລະນີສຶກສາທີ່ເກີດຂຶ້ນຕົວຈິງ ມາຄົ້ນຄວ້າ ແລະ ຮ່ວມກັນແກ້ໄຂ, ເຮັດໃຫ້ນັກສຳມະນາ ກອນໄດ້ຮັບຮູ້ ແລະ ເຂົ້້າໃຈ ຕໍ່ກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ຜ່ານການຮຽນ-ການສອນທິດສະດີການເມືອງ ແລະ ກົດໝາຍຊັ້ນຕົ້ນໃນຄັ້ງນີ້ ສາມາດຈັດລະດັບນັກສຳມະນາກອນ ໄດ້ດັ່ງນີ້: ລະດັບເກດ A ມີຈຳນວນ 34 ຄົນ, ຍິງ 13 ຄົນ ແລະ ລະດັບເກດ B ມີຈຳນວນ 18 ຄົນ, ຍິງ 1 ຄົນ.
ໃນຕອນທ້າຍຂອງພິທີ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່, ສິດສອນ ແລະ ຮ່ຳຮຽນ ຕະຫຼອດໄລຍະ 3 ເດືອນ. ພ້ອມກັນນັ້ນທ່ານ ຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນນຳເອົາຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ກົດໝາຍ ທີ່ໄດ້ຮ່ຳຮຽນມານຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ປະສົບຜົນສຳເລັດ ຕາມຄາດໝາຍ.
ຂ່າວ ແລະ ພາບ: ພວງເພັດ ພະແນກຍຸຕິທຳແຂວງຫົວພັນ
ປັບປຸງຂ່າວ: ອ່ອນຄຳ ໄຊຍະວົງ