Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ, ມີບັນດາຄະນະພະແນກຍຸຕິທຳແຂວງ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 12 ທ່ານ.
ໃນພິທີທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ ທັງເປັນຄະນະຮັບຜິດຊອບຈັດຊຸດຝຶກອົບຮົມດັ່ງກ່າວ ກໍໄດ້ຂຶ້ນຜ່ານສະຫຼຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍ ໄລຍະ 45 ວັນ, ຊຸດທີ VII ປະຈຳປີ 2018 ຊຶ່ງຈຸດປະສົງຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງຈຳປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຫຼັງຈາກນັ້ນກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມດັ່ງກ່າວ ຈຳນວນ 57 ທ່ານ, ຍິງ 12 ທ່ານ, ມອບໂດຍ ທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ.
ໃນຕອນທ້າຍຂອງພິທີ ທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ: ນັກຂ່າວ ແຂວງຈຳປາສັກ
ປັບປຸງຂ່າວ: ອ່ອນຄຳ