Submitted by wickyboubphalyvanh on

ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2018 ກະຊວງຍຸຕິທຳ ໄດ້ຈັດພິທີສະເຫຼີມສະຫຼອງ ສອງວັນດັ່ງກ່າວຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ຕະຫຼອດພະນັກງານລັດຖະກອນ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດອ່ານສານອວຍພອນວັນເດັກຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາຫວນຄືນມູນເຊື້ອ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດກ່ຽວກັບສິດທິຂອງເດັກ, ໂດຍສະເພາະແມ່ນການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ, ການໃຊ້ແຮງງານ ແລະ ການຄ້າປະເວນີເດັກ ເພື່ອແນ່ໃສ່ເຮັດໃຫ້ເດັກນ້ອຍໄດ້ຮັບຄວາມຮັກທີ່ອົບອຸ່ນ ແລະ ການເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກຄອບຄົວ, ຊຸມຊົນ ແລະ ສັງຄົມ ເຮັດໃຫ້ເຂົາເຈົ້າເຕີບໃຫຍ່ກາຍເປັນຄົນດີຂອງສົງຄົມ ຊຶ່ງຢູ່ໃນບັນດາປະເທດ ກໍໄດ້ມີການສະເຫຼີມສະຫຼອງ ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນໃນວັນດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະປະເທດ ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານການສົ່ງເສີມ, ການປົກປ້ອງ ແລະ ພັດທະນາເດັກ ໂດຍມອບໝາຍໃຫ້ອົງການທີ່ກ່ຽວຂ້ອງ ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວນີ້ໃຫ້ເປັນຂະບວນຟົດຟື້ນ.
ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ຮັບຊົມການສະແດງສິລະປະຈາກຫຼານນ້ອຍໂຮງຮຽນອະນຸບານ ກະຊວງສຶກສາທິການ ແລະ ກິລາ ແລະ ການຈັດກິດຈະກຳຖາມ-ຕອບເພື່ອຮັບຂອງລາງວັນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມເບີກບານມວ່ນຊື່ນ.
ຂຽນຂ່າວ ອ່ອນຄຳ ໄຊຍະວົງ
ພາບ ສົມຫັວງ