Submitted by wickyboubphalyvanh on

ໃນໜຶ່ງອາທິດທີ່ຜ່ານມາ ພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໄລຍະສັ້ນ 3 ເດືອນ ປະຈຳປີ 2018 ຂຶ້ນທີ່ບ້ານ ພູເຄືອ ເມືອງນາໝໍ້ ແຂວງ ອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ໃຈເພັດ ຄຳມະລີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ນາໝໍ້, ມີທ່ານ ສີຖານ ມະນີໄຊ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍທີມງານຂັ້ນເມືອງ ແລະ ນັກສຳມະກອນເຂົ້າຮ່ວມຈຳນວນ 73 ທ່ານ, ຍິງ 12 ທ່ານ.
ໃນພິທີປິດການຮຽນ-ການສອນໃນຄັ້ງນີ້ ໄດ້ພິຈາລະນາຮັບຮອງ ແລະ ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກສຳມະນາກອນທັງໝົດ 55 ທ່ານ, ຍິງ 7 ທ່ານ ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕໍ່ວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຊຸມປິຕໍ່ໜ້າ ເວົ້າລວມ ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃຫ້ເຂົ້າສູ່ລວງເລິກຢູ່ທ້ອງຖິ່ນຮາກຖານ ກໍຄືອຳນາດການປົກຄອງຂັ້ນບ້ານ.
ໃນຕອນທ້າຍ ທ່ານ ໃຈເພັດ ຄຳມະລີ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ນາໝໍ້ ກໍຮຽກຮ້ອງໃຫ້ບັນດາອົງການການປົກຄອງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານ ໃຫ້ມີຄວາມຫ້າວຫັນເຂົ້າມາສຶກສາ-ຮ່ຳຮຽນເອົາບັນດາກົດໝາຍ ແລະ ລະບຽບການຕ່າງໆທີ່ພັກ-ລັດ ໄດ້ວາງອອກ ແລະ ປະກາດໃຊ້ໃນແຕ່ລະໄລຍະນັ້ນນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ.
ພ້ອມດຽວກັນນັ້ນ ພະແນກຍຸຕິທຳແຂວງ ຍັງໄດ້ເຂົ້າຮ່ວມພິທີປະກາດການສ້າງຕັ້ງໜ່ວຍງານທະບຽນສານ ຢູ່ທີ່ເມືອງ ປາກແບງ ໂດຍການເປັນປະທານຂອງທ່ານ ບຸນມີ ຈັນສະຫວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກແບງ ມີທ່ານ ສີຖານ ມະນີໄຊ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາພະນັກງານອ້ອມຂ້າງເມືອງ, ບັນດາພະນັກງານທະນາຄານ, ນັກທຸລະກິດ ແລະ ພໍ່ຄ້າຊາວຂາຍ ເຂົ້າຮ່ວມ 67 ທ່ານ, ຍິງ 27 ທ່ານ. ໃນກອງປະຊຸມຍັງໄດ້ຮັບຟັງ ການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍ ການສ້າງຕັ້ງໜ່ວຍງານທະບຽນສານ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຫົວໜ້າໜ່ວຍງານທະບຽນສານ.
ຕອນທ້າຍ ທ່ານ ບຸນມີ ຈັນສະຫວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກແບງ ໄດ້ໂອ້ລົມ ແລະ ໃຫ້ຄວາມສຳຄັນຕໍ່ພິທີເປີດໜ່ວຍງານທະບຽນສານ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງໜ້າທີ່ ແລະ ພາລະບົດບາດອັນສຳຄັນຂອງວຽກງານທະບຽນສານຕໍ່ສັງຄົມປັດຈຸບັນ ເປັນຕົ້ນແມ່ນການຈົດທະບຽນຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງສັນຍາ, ເອກະສານປະເພດຕ່າງໆ ແລະ ທ່ານຍັງຮຽກຮ້ອງມາຍັງນັກທຸລະກິດ, ພໍ່ຄ້າຊາວຂາຍ, ປະຊາຊົນບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດເຂົ້າມາໃຊ້ບໍລິການຢູ່ໜ່ວຍງານທະບຽນສານ ຊຶ່ງຕັ້ງຢູ່ຫ້ອງການຍຸຕິທຳເມືອງ ປາກແບງ ແຂວງອຸດົມໄຊ.