Submitted by wickyboubphalyvanh on

ໃນລະຫວ່າງວັນທີ 27ເມສາ - 3 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທຳແຂວງຫຼວງພະບາງ ສົມທົບກັບ ຫ້ອງການຍຸຕິທຳເມືອງໂພນທອງ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ນາຍບ້ານ ແລະ ປະຊາຊົນ ຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ, ນຳພາຄະນະໂດຍທ່ານ ສຸລິພັດ ໄຊລັດສີ ຮອງຫົວໜ້າຂະແໜງກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທໍາແຂວງຫຼວງພະບາງ, ສົມທົບກັບ ທ່ານ ນາງ ວິນຸດ ວົງໄຊຍາ ຮອງຫົວໜ້າພະແນກວິທະຍຸ ແລະ ໂທລະພາບ ກົມໂຄສະນາເຜີຍແຜ່ກົດໝາຍ, ມີນາຍບ້ານ ຕະຫຼອດພໍ່ແມ່ປະຊາຊົນ ຂອງ 2 ກຸ່ມບ້ານເຂົ້າຮ່ວມທັງໝົດ 1.110 ຄົນ, ຍິງ 427 ຄົນ.
ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ກົດໝາຍທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ ປະກອບດ້ວຍ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ກຳມະສິດ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງຕື່ມອີກ ແນ່ໃສ່ເຮັດໃຫ້ປະຊາຊົນພາຍໃນ 2 ກຸ່ມບ້ານ ຂອງເມືອງໂພນທອງ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບເນື້ອໃນແຕ່ລະມາດຕາ ທີ່ໄດ້ກຳນົດໄວ້ໃນກົດໝາຍເຫຼົ່ານັ້ນ, ພ້ອມທັງສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ທົ່ວສັງຄົມຢ່າງ ກ້ວາງຂວາງ.
ນອກນັ້ນຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ບ້ານແບບຢ່າງໃນການປະຕິບັດກົດໝາຍ ແລະ ວຽກງານທີ່ສຳຄັນ.
ໃນຕອນທ້າຍ ຕາງໜ້າອຳນາດການປົກຄອງບ້ານ 2 ກຸ່ມບ້ານ ຂອງເມືອງໂພນທອງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະທີ່ມາຈາກພະແນກຍຸຕິທຳແຂວງ ຫຼວງພະບາງ ທີ່ໄດ້ລົງມາໃກ້ຊິດຕິດແທດຕະຫຼອດມາ ແລະ ຍັງໄດ້ນຳເອົາຄວາມຮູ້ທາງດ້ານກົດໝາຍລົງມາໂຄສະນາເຜີຍແຜ່ໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ເຂົ້າໃຈກ່ຽວກັບບັນດາກົດໝາຍຕ່າງໆໃນຄັ້ງນີ້.