Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2018 ທີ່ຜ່ານມາ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງໄປພົບປະການນຳເມືອງຫາດຊາຍຟອງ ໂດຍການຕ້ອນຮັບຂອງ ທ່ານ ແກ່ນ ວໍລະສານ ເລຂາພັກເມືອງ, ຮັກສາການເຈົ້າເມືອງຫາດຊາຍຟອງ, ເຂົ້າຮ່ວມມີທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກບັນດາກົມຂຶ້ນກັບກະຊວງຍຸຕິທຳ, ປະທານແນວລາວສ້າງຊາດເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງພ້ອມດ້ວຍຫົວໜ້າ ຫ້ອງການຍຸຕິທຳເມືອງເຂົ້າຮ່ວມ.
ໃນການລົງເຮັດວຽກ ແລະ ພົບປະການນຳເມືອງ ໃນຄັ້ງນີ້ ທ່ານຮອງລັດຖະມົນຕີ ກໍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ການເຄື່ອນໄຫວວຽກງານຍຸຕິທຳ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຄຳຕັດສີນຂອງສານພາຍໃນເມືອງ ພ້ອມທັງຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ໃນວຽກງານດັ່ງກ່າວ ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕີກໍໄດ້ມີຄຳເຫັນ ກ່ອນອື່ນທ່ານກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນການລົງເຮັດວຽກໃນຄັ້ງນີ້.
ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານຍຸຕິທຳຢູ່ເມືອງດັ່ງກ່າວ ໃຫ້ດຳເນີນໄປຢ່າງປົກກະຕິຕໍ່ເນື່ອງສາມາດຈັດຕັ້ງປະຕິບັດໄດ້ ແລະ ມີຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ, ໃນວັນດຽວກັນທ່ານທ່ານຮອງລັດຖະມົນຕີ ກໍໄດ້ລົງພົບປະພະນັກງານ-ລັດຖະກອນຂອງຫ້ອງການຍຸຕິທຳເມືອງຫາດຊາຍຟອງ ໂດຍທ່ານໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ພ້ອມກັນສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບສູງ.
ຂຽນໂດຍ: ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ