Submitted by wickyboubphalyvanh on

ໃນຕອນເຊົ້າ ວັນທີ 23 ເມສາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 ຂຶ້ນ ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງວຽງຈັນ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງວຽງຈັນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ 70 ທ່ານ, ຍິງ 13 ທ່ານ.
ທ່ານ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ ກໍໄດ້ຂຶ້ນຜ່ານບົດລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ VIII ໃຫ້ແກ່ພະນັກງານການນຳ, ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງແຂວງວຽງຈັນ ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ເມສາ 2018 ແລະ ຈະດຳເນີນໄປຈົົນເຖິງວັນທີ 25 ມີຖຸນາ 2018 ຈຶ່ງຈະສໍາເລັດ, ມີນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 09 ທ່ານ, ມີ 28 ວິຊາຮຽນ, 21 ໜ່ວຍກິດ, 315 ຊົ່ວໂມງ.
ໃນຕອນທ້າຍຂອງພິທີ ທ່ານ ນາງ ສິງຄຳ ຄົງສະຫວັນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນທ່ານ ກໍໄດ້ຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ທີ່ໄດ້ພ້ອມກັນຕັ້ງໜ້າກະກຽມທາງດ້ານບຸກຄະລາກອນ, ຫຼັກສູດ, ເນື້ຶອໃນ, ຄູ-ອາຈານ, ງົບປະມານ, ສະຖານທີ່ ແລະ ອື່ນໆ ພ້ອມທັງເນັ້ນໃຫ້ຄູ- ອາຈານ ຈົ່ງເອົາໃຈໃສ່ ຄົ້ນຄ້ວາບົດສອນ, ກະກຽມທາງດ້ານວິທີການສອນ ຊີ້ແຈງໃຫ້ເຫັນທາງດ້ານທິດສະດີ ໂດຍສົມທົບກັບພຶດຕິກຳຕົວຈິງ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ເຂົ້າໃຈ ແລະ ສາມາດນຳໄປໃຊ້ຢ່າງມີປະສິດທິຜົນ ແລະ ສຳລັບນັກຝຶກອົບຮົມຈົ່ງອົດທົນເຂົ້າຮ່ວມການຝຶກອົບຮົມແຕ່ຕົ້ນຕະຫຼອດປາຍ ເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ້ມງວດ, ຈົ່ງຕັ້ງໃຈຟັງການບັນຍາຍຈາກ ຄູ-ອາຈານ, ຕັ້ງໜ້າຄົ້ນຄ້ວາບົດຮຽນ ພ້ອມນັ້ນຖ້າບັນຫາໃດເຫັນວ່າບໍ່ເຂົ້າໃຈກໍ່ສະເໜີຖາມ ສົນທະນາແລກປ່ຽນນຳກັນເຮັດໃຫ້ການຝຶກອົບຮົມຄັ້ງນີ້ມີບັນຍາກາດດີ ມີຊີວິດຊີວາ ແລະ ແທດເຖິງຕົວຈິງ, ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນ ໃຫ້ນັບມື້ນັບຫັນເຂົ້າສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ.